ກອງທຶນຮ່ວມມືສາກົນ ເພື່ອການ ສຶກສາ ຊ່ວຍຂະແໜງການສຶກສາຢູ່ລາວ ຕ້ານໂຄວິດ-19

ກອງທຶນຮ່ວມມືສາກົນ ເພື່ອການສຶກສາ (GPE) ໃຫ້ທຶນຊ່ວຍເຫຼືອລ້າ ຈໍານວນ 7 ລ້ານໂດລາສະຫະລັດ ໃຫ້ກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານອົງການຢູນິເຊັບ ເພື່ອຕອບໂຕ້ ແລະ ຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນຂະແໜງການສຶກສາ, ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ເດັກນ້ອຍ ໄດ້ກັບມາຮຽນຄືນຢ່າງປອດໄພໃນການເປີດສົກຮຽນໃໝ່ໃນເດືອນກັນຍານີ້. ພິທີເຊັນສັນຍາການຊ່ວຍເຫຼືອລ້າດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ…

ປະທານປະເທດ ປະດັບຫລຽນຄຳແຫ່ງຊາດ ໃຫ້ແກ່ອົງການແນວລາວສ້າງຊາດ ແລະ ຫລຽນໄຊອິດສະຫລະຊັ້ນ I ໃຫ້ ປະທານສູນກາງແນວລາວສ້າງຊາດ

ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດປະດັບຫລຽນຄຳແຫ່ງຊາດ ໃຫ້ແກ່ອົງການແນວລາວສ້າງຊາດ, ປະດັບຫລຽນໄຊອິດສະຫລະຊັ້ນ I ໃຫ້ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ແລະ ປະດັບຫລຽນໄຊພັດທະນາຊັ້ນ I ໃຫ້ທ່ານ ອ໋ອດ…

ການຫຼຸດລົງຂອງສັດປ່າ ສົ່ງຜົນກະທົບໂດຍກົງຕໍ່ການດໍາລົງຊິວິດຂອງປະຊາຊົນບັນດາເຜົ່າ

ການຫຼຸດລົງຂອງສັດປ່າກໍ່ໃຫ້ເກີດບັນຫາຫຼາຍຢ່າງແກ່ຫຼາຍຄອບຄົວໃນເຂດຊົນນະບົດ, ການລ່າສັດເກີນຂອບເຂດ ແລະ ຄ້າຂາຍສັດປ່າ ເປັນປັດໃຈສໍາຄັນທີ່ ໄດ້ສົ່ງຜົນກະທົບ ເຮັດໃຫ້ປະລິມານສັດປ່າຫຼຸດລົງ, ໄດ້ເຮັດໃຫ້ສັດທີ່ລ້ຽງລູກດ້ວຍນໍ້ານົມ, ນົກຈໍານວນໜຶ່ງ ແລະ ສັດເລືອຄານບາງຊະນິດ ໄດ້ກາຍເປັນສັດທີ່ຫາຍາກແລ້ວ. ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ : ປະຈຸບັນ ການລ່າສັດປ່າຂະໜາດນ້ອຍ ແມ່ນເປັນສິນຄ້າຫຼັກຂອງປະຊາຊົນບັນດາເຜົ່າ…

ນາງສາວລາວ ກຽມເຂົ້າປະກວດເວທີນາງງາມໂລກ

ນາງຄຣິສຕີນ້າ ລາສະສີມມາ ຊຶ່ງເປັນນາງສາວລາວປີ 2012  ກຽມເຂົ້າຮ່ວມປະກວດຢູ່ເວທີນາງງາມໂລກປິ 2020,ເພື່ອເປັນຕົວແທນຂອງປະເທດລາວໄປປະ ກວດໃນລະດັບໂລກ, ຫຼັງຈາກສອງປິທີ່ຜ່ານມາພາດໂອກາດທີ່ຈະເຂົ້າ ຮ່ວມ. ນາງຄຣິສຕີນ້າ ລາສະສີມມາໄດ້ກ່າວວ່າ: ເວທີ Miss Universe ຖືວ່າເປັນເວທີ່ອັນດັບໝຶ່ງຂອງໂລກ ແລະ ຍັງບໍ່ທັນມີໂອກາດໄດ້ເຂົ້າຮ່ວມ ຊຶ່ງແມ່ນຄວາມໄຝ່ຝັນອັນຍິ່ງໃຫຍ່ທີ່ຢາກຈະໄປເຂົ້າຮ່ວມເພື່ອເປັນຕົວແທນປະເທດລາວ ໂດຍແມ່ຍິງລາວຄົນໝຶ່ງ ທີ່ຈະປະຕິບັດໜ້າທີ່…

ທ້າຍເດືອນກັນຍາ ແລະ ຕົ້ນເດືອນຕຸລາ ປະຊາຊົນລາວກຽມຮັບມືກັບພະຍຸ 2 ລູກ

ອິງຕາມສູນພະຍາກອນອາກາດອົງການອຸຕຸນິຍົມໂລກໃຫ້ຮູ້ວ່າ: ຈະມີພະຍຸໝຸນເຂດຮ້ອນ 2 ລູກພັດຜ່ານປະເທດລາວໃນລະຫວ່າງທ້າຍ ເດືອນ ກັນຍາ ແລະ ຕົ້ນເດືອນຕຸລາ 2020 ນີ້ ຊຶ່ງຈະເຮັດໃຫ້ຝົກຕົກໜັກ ແລະ ຫຼຸດເກນປົກກະຕິ ອາດກໍ່ໃຫ້ເກີດມີລົມພັດແຮງ, ດິນໄຫຼເຈື່ອນ, ນໍ້າຖ້ວມຊູ, ນໍ້າຖ້ວມອັ່ງ, ນໍ້າປ່າໄຫຼຍູ້ ກະທັນຫັນ ໂດຍສະເພາະຢູ່ພາກກາງ…

ກະຊວງ ຖວທ ກຽມໂຮມຊຸມນຸມເພື່ອສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍໃນວັນສຸກນີ້

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ກຽມໂຮມຊຸມນຸມເພື່ອສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປິ (13 ສິງຫາ 1950-13 ສິງຫາ 2020, ໃນວັນທີ 14 ສິງຫາ 2020…

ເພງ ‘‘ໃສ່ໃຈໄດ້ແຕ່ມອງ’’ ແລະ ‘‘ຢາກເປັນລູກເຂີຍ’’ ເພງລາວທີ່ໄດ້ຮັບຄວາມນິຍົມຢູ່ໃນໂລກອອນລາຍໃນປັດຈຸບັນ

ຖ້າເວົ້າເຖິງບົດເພງລາວທີ່ໄດ້ຮັບຄວາມນິຍົມໃນປັດຈຸບັນນີ້ ຄືຊິບໍ່ມີໃຜປະຕິເສດວ່າ ບໍ່ຮູ້ເພງ ‘‘ໃສ່ໃຈໄດ້ແຕ່ມອງ’’ ແລະ ‘‘ຢາກເປັນລູກເຂີຍ’’ ຍ້ອນວ່າ ສອງເພງນີ້ກໍາລັງມາແຮງ, ໄດ້ຮັບຄວາມນິຍົມຈາກຜູ້ຟັງເພງທຸກເພດທຸກ ໄວໃນໂລກອອນລາຍ. ເພງ ‘‘ໃສ່ໃຈໄດ້ແຕ່ມອງ’’ ຮ້ອງໂດຍສິລະປິນກຸ່ມຈີເອັກທູ (Gx2), ປະຈຸບັນນີ້ມີຍອດເຂົ້າເບີ່ງທາງຢູທູບຫຼາຍກວ່າ 74 ລ້ານຄັ້ງ ແລະ  ເພງ ‘‘ຢາກເປັນລູກເຂີຍ’’…

ເມືອງລະຄອນເພັງກວດພົບ 51 ຮ້ານມີສິນຄ້າໝົດອາຍຸ

ຫ້ອງການສາທາລະນະສຸກເມືອງລະຄອນ ເພັງ ແຂວງ ສາລະວັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາອາຫານ ແລະ ເຄຶ່ອງດື່ມຕາມທ້ອງຕະຫຼາດ ແລະ ຮ້ານຂາຍເຄຶ່ອງຍ່ອຍຕ່າງໆ, ຊຶ່ງການລົງໄປຕິດຕາມຄັ້ງນີ້ ໄດ້ກວດພົບ 51 ຮ້ານ ທີ່ມີສີນຄ້າບາງຊະນິດ ບໍ່ຮັບປະກັນຄຸນນະພາບ ຫຼື ໝົດອາຍຸນໍາໃຊ້ ເຊັ່ນ ອາຫານປະເພດກະປ໋ອງ,…

ໂຄງການຄຸ້ມຄອງ​ອ່າງ​ຮັບ​ນ້ຳຂະໜາດ​ນ້ອຍຕິດ ​ພັນ​ກັບ​ການຈັດສັນ​ອາຊີບ​ໝັ້ນຄົງຈະ​ຈັດຕັ້ງປະຕິບັດ​ຢູ່ 4 ແຂວງ

ທີ​ມ​ງານ​ແຜນ​ພັດທະນາ​ເຂດ​ເນີນ​ສູງ​ພາກ​ເໜືອ ໄລຍະ 3 ​ກະກຽມ​ຂຽນ​ບົດສະເໜີ​ໂຄງການ​ຄຸ້ມຄອງ​ອ່າງ​ຮັບ​ນ້ຳຂະໜາດ​ນ້ອຍຕິດ ​ພັນ​ກັບ​ການຈັດສັນ​ອາຊີບ​ໝັ້ນຄົງ ທີ່​ຈະ​ໄດ້​ຮັບ​ງົບປະມານຊ່ວຍ ເຫຼືອຈາກ​ລັດຖະບານ​ຝຣັ່ງໂດຍ​ ຜ່ານ​ອົງການ​ຝຣັ່ງ​ເສດເພື່ອ​ການ ​ພັດທະນາ (AFD) ແລະ ຄາດຄະເນ​ ວ່າໂຄງການ​ດັ່ງກ່າວຈະ​ຈັດຕັ້ງ ປະຕິບັດ​ຢູ່ 4 ແຂວງ​ຄື: ແຂວງ ຊຽງຂວາງ, ແຂວງ​ຫົວພັນ, ແຂວງ…

ໂຈະກິດຈະກໍາຈັດງານບຸນຊ່ວງເຮືອ ແຕ່ມີພຽງພິທີທາງສາດສະໜາເທົ່ານັ້ນ ຢູ່ນະຄອນຫຼວງພະບາງ

ເຈົ້ານະຄອນ ຫຼວງພະບາງ ໄດ້ອອກແຈ້ງການໃນວັນທີ 8 ສິງຫາ 2020 ໃຫ້ພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ຊາບວ່າ : ກິດຈະກໍາຈັດງານບຸນຊ່ວງເຮືອ ໃນບຸນຫໍ່ເຂົ້າປະດັບດິນ ປີນີ້ແມ່ນໃຫ້ໂຈະ, ແຕ່ສຶບຕໍ່ປະຕິບັດພິທີທາງສາດສະໜາ ຕາມຮີດຄອງປະເພນີເທົ່ານັ້ນ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19.  ອີງຕາມແຈ້ງການແມ່ນໃຫ້ສຶບຕໍ່ປະຕິບັດພິທີທາງສາດສະໜາ, ການໃສ່ບາດຢູ່ວັດວາອາຮາມ ຕາມອັດທະຍາໄສ, ຕາມເງື່ອນໂຂຂອງແຕ່ລະບ້ານ,…