ແພດໝໍລາວສາມາດຜ່າຕັດປ່ຽນວາວຫົວໃຈ ແລະ ແຍ່ເສັ້ນເລືອດຫົວໃຈໄດ້ແລ້ວ
ກະຊວງສາທາລະນະສຸກໃຫ້ຮູ້ວ່າ : ການຜ່າຕັດພະຍາດຕ່າງໆ ຫຼື ການປິ່ນປົວພະຍາດຕ່າງໆ ຂອງທ່ານໝໍລາວຢູ່ບັນດາໂຮງໜໍໃຫ່ຍໃນນະຄອນຫລວງວຽງຈັນ ສາມາດຜ່າຕັດປ່ຽນວາວຫົວໃຈ, ແຍ່ເສັ້ນເລືອດຫົວໃຈ ແລະ ພະຍາດອື່ນໆທີ່ຮັກສາຢາກໄດ້ແລ້ວ ໂດຍການນຳໃຊ້ເຄື່ອງມືທີ່ທັນສະໄໝ. ທ່ານຮອງສາດສະດາຈານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສຳພາດໃນບໍ່ດົນມານີ້ວ່າ ການແພດລາວສາມາດເວົ້າໄດ້ວ່າທຽບເທົ່າສາກົນແລ້ວ ເພາະມີເຄື່ອງມືທີ່ທັນສະໄໝທີ່ສາມາດປິ່ນປົວພະຍາດທີ່ປິ່ນປົວຍາກໆໄດ້ແລ້ວ ໂດຍສະເພາະພະຍາດທີ່ກ່ຽວກັບຫົວໃຈ ເຊັ່ນ:…

