ນັກຮຽນມັດທະຍົມສົງ 300 ອົງສຳເລັດ ການຝຶກອົບຮົມກຳມະຖານ
ນັກຮຽນມັດທະຍົມສົງໂສກປ່າຫຼວງ, ມັດທະຍົມສົງດົງໂດກ ແລະ ມັດທະຍົມສົງນາຊາຍທອງ ລວມທັງໝົດ 300 ອົງ (ສາມະເນນ) ໄດ້ສຳເລັດການຝຶກອົບຮົມກຳມະຖານ ເມື່ອມໍ່ໆມານີ້ ພາຍຫຼັງທີ່ເລີ່ມຝຶກອົບຮົມດັ່ງກ່າວມາແຕ່ວັນທີ 17 ມັງກອນ 2025 ທີ່ຜ່ານມາ ຢູ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ໃນໄລຍະຝຶກອົບຮົມ ສາມະເນນ…

