ລາວຍັງເຝົ້າລະວັງ COVID-19 ຢ່າງເຂັ້ມງວດ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ແຈ້ງໃຫ້ຮູ້ມື້ເຊົ້ານີ້ ວັນທີ 19 ກໍລະກົດໃຫ້ຮູ້ວ່າ:  ລັດຖະບານແຫ່ງ ສປປ ລາວ ຍັງເພີ່ມມາດຕະການເຝົ້າລະວັງພະຍາດໂຄວິດ-19 ຢ່າງເຂັ້ນງວດ, ເຖິງແມ່ນວ່າເປັນເວລາ 98 ວັນແລ້ວທີ່ບໍ່ພົບເຊື້ອພະຍາດດັ່ງກ່າວ ແຕ່ຫຼາຍປະເທດໃນໂລກຍັງໜ້າເປັນຫ່ວງ ໂດຍສະເພາະຢູ່ຂົງເຂດອາຊີ ແລະ ໃນບັນດາກຸ່ມປະເທດອາຊຽນ…

ເປີດອະນຸສອນສະຖານ ‘‘ກອງຮ້ອຍຫີນເພັດວິລະຊົນ”

ອະນຸສອນສະຖານແທ່ນສີລາຈາລຶກ ອ້າຍນ້ອງກອງຮ້ອຍ 2  ຫຼື ‘‘ກອງຮ້ອຍຫີນເພັດວິລະຊົນ” ທີ່ຕັ້ງຢູ່ສູນກາງແນວລາວສ້າງຊາດ ຈະບັນທຶກວິລະກໍາອັນພິລະອາດຫານ ໃນການຕໍ່ສູ້ກັບສັດຕູກ່ຽວກັບການປະຕິບັດໜ້າທີ່ ໃນ 3 ໄລຍະແຕ່ປີ 1962-1974.   ສູນກາງແນວລາວສ້າງຊາດ ຮ່ວມກັບ ກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດການນຳໃຊ້ແທ່ນສີລາຈາລຶກ‘‘ກອງຮ້ອຍຫີນເພັດວິລະຊົນ” ເມື່ອບໍ່ດົນມານີ້ ໂດຍການເຂົ້າຮ່ວມຂອງທ່ານ ທ່ານ ປອ…

ຜູ້ຜະລິດ ພາຍໃນ ແລະ ນຳເຂົ້າສິນຄ້າ ຕ້ອງຕິດສະຫຼາກສິນຄ້າເປັນພາສາລາວ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາຜູ້ຜະລິດສິນຄ້າພາຍໃນ, ບໍລິສັດນຳເຂົ້າສິນຄ້າຕ່າງປະເທດ, ຜູ້ຂາຍຍົກ-ຂາຍຍ່ອຍ ໃຫ້ສືບຕໍ່ຕິດສະຫຼາກສິນຄ້າເປັນພາສາລາວກ່ອນອອກຈຳໜ່າຍ ນອກນັ້ນຍັງຫ້າມຜູ້ຂາຍຍົກ, ຕົວແທນຈຳໜ່າຍ ຮັບສິນຄ້າທີ່ຍັງບໍ່ທັນໄດ້ຕິດສະຫຼາກສິນຄ້າເປັນພາສາລາວ. ພະແນກອຸດສາຫະກຳ ແລະ ການຄ້າ ແຈ້ງໃຫ້ຮູ້ຕື່ມອີກວ່າ: ແຕ່ມີບາງສິນຄ້າທີ່ໄດ້ມີການຍົກເວັ້ນ ປະກອບມີ ສິນຄ້າທີ່ນໍາເຂົ້າຊົ່ວຄາວເພື່ອສົ່ງອອກຕໍ່, ສິນຄ້ານໍາເຂົ້າຊົ່ວຄາວ…

ບານເຕະລາວລີກ 2 ເລີ່ມແຂ່ງຂັນທ້າຍເດືອນນີ້

ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປິ 2020 ຈະເລີ່ມເປີດສະໜາມແຂ່ງຂັນ ໃນວັນທີ 25 ກໍ​ລະ​ກົດ 2020, ຊຶ່ງຈະນໍາໃຊ້ 3 ສະໜາມແຂ່ງຂັນ ຄື: ສະໜາມກິລາແຫ່ງຊາດຫຼັກ 16, ສະໜາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສະໜາມ…

ວິທະຍາໄລຄູ ດົງຄໍາຊ້າງ ອອກບັດນັກສຶກສາໃຫ້ເປັນບັດດຽວກັບບັດເອທີເອັມ

ວິທະຍາໄລຄູ ດົງຄໍາຊ້າງ ຮ່ວມມືກັບ ທະນາຄານການຄ້າຕ່າງປະເທດ ລາວ ມະຫາຊົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນວັນທີ 17 ກໍລະກົດ 2020 ກ່ຽວກັບການບໍລິການ ອອກບັດນັກສຶກສາໃຫ້ເປັນບັດດຽວກັບບັດເອທີເອັມ (ATM), ເພື່ອ ໃຫ້ນັກສຶກສາມີຄວາມສະດວກໃນການໂອນເງິນ ຖອນເງິນໂດຍນໍາໃຊ້ຮ່ວມກັນກັບບັດນັກສຶກສາ ເລິຍ. ໃນພິທີເຊັນສັນຍາດັ່ງກ່າວ, ທ່ານ…

ເດັກນ້ອຍລາວ 1 ໃນ 3 ຄົນ ຍັງຂາດສານອາຫານ

ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເດັກນ້ອຍລາວ 1 ໃນ 3 ຄົນ ຫຼື ເກືອບ 300.000 ຄົນ ໃນຂອບເຂດທົ່ວປະເທດຍັງມີການພັດທະນາດ້ານຕ່າງໆຊັກຊ້າບໍ່ໄດ້ມາດຕະຖານ ແລະ ມີຄວາມສະຫຼາດຈໍາ ກັດ ຍ້ອນຜົນສະທ້ອນຈາກ ການຂາດສານອາຫານຊໍ່າເຮື້ອ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ທ່ານ ຮສ…

ມີ 65 ທຶນຮຽນຟຣີສໍາລັບນັກຮຽນທີ່ຈົບຊັ້ນປະຖົມທີ່ມີຖານະຄອບຄົວທຸກຍາກ

ວິທະຍາໄລວຽງຈັນພັດທະນາອາຊີບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ທາງວິທະຍາໄລວຽງຈັນພັດທະນາອາຊີບ ຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫລງວຽງຈັນ ມີທຶນຮຽນຟຣີ 65 ທຶນ (25 ທຶນກ່ຽວກັບສາຂາວິຊາແຕ່ງອາຫານ, 20 ທຶນກ່ຽວກັບສາຂາວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ ແລະ 20 ທຶນກ່ຽວກັບວິຊາການໂຮງແຮມ) ສໍາລັບນັກຮຽນທີ່ຈົບຊັ້ນປະຖົມເທົ່ານັ້ນ,…

ຕຳຫຼວດຈະລາຈອນ ໂຄສະນາເຜີຍແຜ່ການສັນຈອນຕາມເສັ້ນທາງ

ພະແນກ ຕຳຫຼວດຈະລາຈອນ ປກສ ເມືອງເງິນ ແຂວງ ໄຊຍະບູລິ ຮ່ວມກັບ ບໍລິສັດ ໄຟຟ້າ ຫົງສາຈໍາກັດ ໄດ້ລົງໂຄສະນາເຜີຍແຜ່ຄວາມຮູ້ ກ່ຽວກັບ ກົດລະບຽບການສັນຈອນ ແລະ ຄວາມປອດໄພທາງຖະໜົນ ເພື່ອຫຼຸດຜ່ອນການເກິດອຸບັດຕິເຫດ. ການໂຄສະນາເຜີຍແຜ່ຄັ້ງນີ້ ໄດ້ຈັດຂື້ນ ຫວ່າງບໍ່ດົນມານີ້ ທີ່ໂຮງຮຽນ…

ນະຄອນຫຼວງວຽງຈັນເລັ່ງດັດແກ້ຫຼາຍວຽກງານຍ້ອນຜົນກະທົບຈາກ COVID-19

ເຈົ້າຄອງນະຄອນຫລວງວຽງຈັນ (ນວ) ແຈ້ງໃຫ້ຮູ້ວ່າ: ໂຕເລກເສດຖະກິດ ຢູ່ ນວ ຂະຫຍາຍໂຕຫຼຸດແຜນ 3,2 % ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19 ຊຶ່ງຂະຫຍາຍຕົວພຽງ 6,3 %, ຕາມຄາດໜາຍທີ່ວາງໄວ້ແມ່ນ 9,5%. ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ…

ພົບໜອນ ແລະ ຂີ້ໄຂ່ຂາງ ຢູ່ນໍາອາຫານເຂດຮ້ານອາຫານແຖວເດີ່ນບິນເກົ່າທີ່ເມືອງວັງວຽງ

ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ໄປທ່ຽວເມືອງວັງວຽງ ແຂວງວຽງຈັນຕ່າງກໍ່ຮູ້ກັນດີ ເຖິງຄວາມສວຍງາມທາງທໍາມະຊາດ ບໍ່ວ່າຈະເປັນພູຜາປ່າໄມ້ ແລະ ແຫຼ່ງທ່ອງທ່ຽວຕ່າງໆພາຍໃນເມືອງວັງວຽງ. ແຕ່ຄຽງຄູ່ກັບຄວາມສວຍງາມພັດຍັງມີສິ່ງທີ່ສົ່ງຜົນກະທົບໃຫ້ການທ່ອງທ່ຽວ ຫຼື ນັກທ່ອງທ່ຽວຢູ່ເມືອງວັງວຽງ ລົດໜ້ອຍຖອຍລົງ, ຊຶ່ງຫຼ້າສຸດນັກທ່ອງທ່ຽວກຸ່ມໜຶ່ງທີ່ພວກເຂົາໄປທ່ຽວ ເມືອງວັງວຽງ ແລະ ຊອກກິນເຂົ້າ ພວກເຂົາໄດ້ສັ່ງອາຫານ ແລະ ເມື່ອເວລາກິນພົບວ່າມີໜອນ…