ປະຊາຊົນຢູ່ແຂວງຊຽງຂວາງຫລາຍກວ່າ 1.800 ຄົນໄດ້ຮັບຜົນກະທົບຈາກລະເບີດ ບໍ່ທັນແຕກ
ຫ້ອງການຄະນະກຳ ມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ ແຈ້ງໃຫ້ຮູ້ວ່າ: ໃນແຕ່ລະປີຢູ່ລາວຍັງມີອຸປະຕິເຫດເກີດຂຶ້ນ ແລະ ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ເປັນຈຳນວນຫຼາຍ ຊຶ່ງໄດ້ເຮັດໃຫ້ມີຜູ້ບາດເຈັບ, ເສຍອົງຄະ, ພິການ ແລະ ເສຍຊີວິດ ໃນຂອບເຂດທົ່ວປະເທດ. ສະເພາະຢູ່ແຂວງຊຽງຂວາງ ມີປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກຫຼາຍ ກວ່າ 1.800 ຄົນ.…

