ລັດຖະບານລາວ ແລະ ບໍລິສັດ ສິນນະຄອນການໂຍທາ ຈະລົງທຶນປະມານ 20 ຕື້ບາດເພື່ອສ້າງທາງລົດໄຟ ຢູ່ພາກກາງຫາພາກໃຕ້
ບໍລິສັດ ສິນນະຄອນການໂຍທາ ຈຳກັດມະຫາຊົນສົນໃຈລົງທຶນສ້າງທາງລົດໄຟແຕ່ເມືອງທ່າແຂກ ແຂວງຄໍາມ່ວນໂດຍຜ່ານແຂວງສະຫວັນນະເຂດ, ສາລະວັນ ແລະ ສິ້ນສຸດຢູ່ແຂວງຈໍາປາສັກ ຊຶ່ງມີຄວາມຍາວປະມານ 345 ກິໂລແມັດ ໂດຍຈະລົງທຶນປະມານ 20 ຕື້ບາດ ໂດຍຮ່ວມມືກັບລັດຖະບານລາວ ຊຶ່ງຈະເລີ່ມສໍາຫຼວດຫຼັງຈາກທີ່ປະເທດລາວ ແລະ ໄທ ໄດ້ເປີດດ່ານ ໂດຍຈະໃຊ້ເວລາໃນການສໍາຫຼວດປະມານ 6-10…

