ທ່ອງທ່ຽວຕາກອາກາດທີ່ອ່າງນໍ້າຕຽນ ແຂວງໄຊຍະບູລີ
ຖ້າເວົ້າເຖິງສະຖານທີ່ທ່ອງທ່ຽວຕາກອາກາດເພື່ອພັກຜ່ອນຍ່ອນອາລົມຂີ່ເຮືອຊົມທໍາມະຊາດແລ້ວ ນັກທ່ອງທ່ຽວຫຼາຍທ່ານຄືຊິ ບໍ່ ປະ ຕິເສດທີ່ຈະໄປທ່ອງທ່ຽວຕາກອາກາດຢູ່ ອ່າງນໍ້າຕຽນທີ່ເມືອງ ແລະ ແຂວງໄຊຍະບູລີ. ອ່າງນໍ້າດັ່ງກ່າວຕັ້ງຢູ່ບ້ານໂນນສະຫວັນ ຫ່າງຈາກເທດສະບານເມືອງໄຊຍະບູລີ ໄປທາງທິດໃຕ້ປະມານ 6 ກິໂລແມັດ. ອ່າງນໍ້າຕຽນໄດ້ຖືກພັດທະນາຈາກອ່າງເກັບນໍ້າທໍາມະຊາດໃຫ້ກາຍມາເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ເຊິ່ງນອກຈາກນັກທ່ອງທ່ຽວ ຈະ ໄດ້ສໍາຜັດພົບພໍ້ກັບທິວທັດທໍາມະຊາດ ອັນ ສວຍງາມແລ້ວ ກໍ່ຍັງຈະໄດ້ຊົມຮອຍ…

