ພະຍາດໂຄວິດ-19 ໄດ້ກາຍພັນ ແລະ ກຳລັງລະບາດເປັນວົງກວ້າງໃນຫຼາຍປະເທດ
ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ໃນວັນທີ 18 ກຸມພາ 2021 ທີ່ຜ່ານມາວ່າ: ປັດຈຸບັນນີ້ ພະຍາດໂຄວິດ-19 ຊະນິດກາຍພັນກຳລັງລະບາດເປັນວົງກ້ວາງໃນຫຼາຍປະເທດ ເນື່ອງຈາກຊະນິດກາຍພັນນີ້ ສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ງ່າຍຂຶ້ນ ແລະ ໄວກວ່າເກົ່າ ເຮັດໃຫ້ການຄວບຄຸມການລະບາດຂອງພະຍາດດັ່ງກ່າວອາດພົບຄວາມຫຍຸ້ງຍາກຂຶ້ນ, ເພື່ອສະກັດກັ້ນບໍ່ໃຫ້ເກີດການລະບາດ ແລະ ຂະຫຍາຍເປັນວົງກວ້າງ…

