ນໍ້າເຊບັງຫຽງຍັງສືບຕໍ່ຍຶ່ງຂຶ້ນຖ້ວມ 21 ບ້ານຂອງເມືອງສອງຄອນ

ສະພາບນ້ຳຖວ້ມຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ, ນັບແຕ່ວັນທີ 17 ຕຸລາ ມາຮອດປະຈຸບັນ, ນ້ຳເຊບັງຫຽງຍັງສືບຕໍ່ເພີ່ມຂຶ້ນເຊິ່ງນ້ຳໄດ້ ລົ້ນຝັ່ງ ແລະ ໄຫຼເຂົ້າຖ້ວມເຮືອນຊານຂອງປະຊາຊົນ ໃນຫຼາຍພື້ນທີ່ໂດຍສະເພາະໃນເຂດພື້ນທີ່ຕ່ຳ ລວມມີທັງໝົດ 21 ບ້ານ, 2.327 ຄອບຄົວ, ພົນລະເມືອງ 13.455 ຄົນ, ເນື້ອທີ່ນາຖືກຖ້ວມ…

ກອຍກາ ໃຫ້ການຊ່ວຍເຫຼືອລ້າ 11 ລ້ານໂດລາສະຫະລັດ ສໍາລັບໂຄງການສ້າງລະບົບຄຸ້ມຄອງນໍ້າງື່ມ

ອົງການຮ່ວມມືສາກົນເກົາຫຼີ (ກອຍກາ ) ໄດ້ຕົກລົງໃຫ້ການຊ່ວຍເຫຼືອລ້າ 11 ລ້ານໂດລາສະຫະລັດ ສຳລັບໂຄງການ ສ້າງລະບົບຄຸ້ມຄອງນ້ຳ ທີ່ມີປະສິດທິຜົນ ແລະ ເສີມຂະຫຍາຍຄວາມພ້ອມໃນການຮັບມືກັບໄພພິບັດ ຂອງນໍ້າງື່ມ, ຊຶ່ງໂຄງການດັ່ງກ່າວ ຈະດຳເນີນການແຕ່ປີ 2020-2025. ອົງການກອຍກາ ໄດ້ຈັດຕັ້ງປະຕິບັດໂຄງການ ສ້າງແຜນແມ່ບົດ ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແບບປະສົມປະສານ ຂອງນ້ຳງື່ມ…

ທີມແພດໝໍ ແຂວງສະຫວັນນະເຂດ ເຝົ້າລະວັງພະຍາດລະບາດທີ່ອາດຈະເກີດຈາກຜູ້ປະສົບໄພນໍ້າຖ້ວມ

ພະແນກສາທາລະນະສຸກ ແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ໄດ້ພົບພະຍາດຖອກທ້ອງ, ພະຍາດ​ຜິວໜັງ (ຕີນ​ເປື່ອຍ), ພະຍາດ​ຕາແດງ ແລະ ອາການຄ້າຍຄືໄຂ້ຫວັດທີ່ເກີດຈາກຜູ້ປະສົບ ໄພນໍ້າຖ້ວມ ຢູ່ 8 ເມືອງຂອງ ແຂວງສະຫວັນນະເຂດ. ຮອງພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ທ່ານ ປອ. ດຣ ຕຽງຄໍາ ປ້ອງວົງສາ…

ລັດຖະມົນຕີ ຖວທ ເຂົ້າຮ່ວມ ກອງປະຊຸມທາງໄກຫາລືທິດທາງໃນຂົງເຂດ ວັດທະນະທຳ ແລະ ສິລະປະ ຈາກຜົນກະທົບໂຄວິດ-19

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ (ຖວທ),​ ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ,​ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີ ຮັບຜິດຊອບວຽກງານວັດທະນະທຳ ແລະ ສິລະປະ ອາຊຽນ ຄັ້ງທີ…

ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ເນັ້ນສະເພາະພິທີທາງສາດສະໜາ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີແຈ້ງໃຫ້ຮູ້ວ່າ: ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ນີ້, ຈະເນັ້ນສະເພາະພິທີທາງສາດສະໜາ ເຊັ່ນ: ກາບໄຫ້ວ, ແຫ່ຜາສາດເຜິ້ງ, ພິທີແຫ່ລູກຄີ ແລະ ແຂ່ງຂັນປະເພນີຕີຄີ ແລະ ພິທີຕັກບາດໃນຕອນເຊົ້າຊຶ່ງໃຫ້ຈັດຢູ່ສະ ເພາະແຕ່ເດີ່ນສະໜາມຫຼວງ ແລະ ຈະອະນຸຍາດໃຫ້ພຽງແຕ່ຮ້ານຂາຍອາຫານ, ຮ້ານເຂົ້າຫຼາມ-ປິ້ງໄກ່, ຮ້ານຂາຍເຄື່ອງດື່ມ (ທີ່ບໍ່ມີທາດເຫຼົ້າ),…

ກະຊວງ ຖວທ ລະດົມເຄື່ອງອຸປະໂພກ ແລະ ບໍລິໂພກເພື່ອຊ່ວຍຜູ້ປະສົບໄພນໍ້າ ຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ອອກແຈ້ງການເມື່ອວັນທີ 21 ຕຸລາ ທີ່ຜ່ານມາ ເຖິງບັນດາພາກສ່ວນທີ່ກ່ຽວຂ້ອງ ກະຊວງ ຖວທ ໃນການປຸກລະດົມ ຫຼື ປະກອບສ່ວນ ເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຂົ້າສານ,…

ນໍ້າຍັງສືບຕໍ່ຍຶ່ງຂຶ້ນຖ້ວມບ້ານ, ເນື້ອທີ່ນາ ແລະ ສວນ ຂອງປະຊາຊົນເມືອງຈຳພອນ ແລະ ເມືອງສອງຄອນ

ພະແນກແຮງງານສະຫວັດດີການ ແລະ ສັງຄົມ ແຂວງສະຫວັນນະເຂດ ໄດ້ແຈ້ງຕໍ່ທີມງານວຽງຈັນທາຍ ໃນຕອນເຊົ້າວັນທີ 21 ຕຸລາ 2020 ກ່ຽວກັບສະພາບນໍ້າຖ້ວມຢູ່ແຂວງສະຫວັນນະເຂດວ່າ: ປັດຈຸບັນນີ້ ບາງເມືອງນໍ້າໄດ້ບົກແຫ້ງລົງແດ່ແລ້ວແຕ່ຍັງບໍ່ປົກກະຕິ, ແຕ່ຍັງມີ 2 ເມືອງຈາກ 8 ເມືອງທີ່ຖືກນໍ້າຖ້ວມພາຍໃນແຂວງ ຄື: ເມືອງສອງຄອນ ແລະ…

ລາວຈະນໍາໃຊ້ພາຫະນະທີ່ແລ່ນດ້ວຍກະແສໄຟຟ້າເພື່ອທົດແທນ ພາຫະນະທີ່ແລ່ນດ້ວຍນໍ້າມັນ

ລັດຖະບານລາວ ຕາງໜ້າໂດຍ ລັດວິສາຫະກິດໄຟຟ້າລາວ ຮ່ວມມືກັບບໍລິສັດ ກຸ່ມບໍລິສັດວິທະຍາສາດ-ເຕັກໂນໂລຊີ GEELY ແລະ ກຸ່ມບໍລິສັດກິດຕິພົງ ເພື່ອພັດທະນາ ແລະ ນໍາໃຊ້ພາຫະນະທີ່ແລ່ນດ້ວຍໄຟຟ້າເພື່ອທົດແທນພາຫະນະທີ່ແລ່ນດ້ວຍນໍ້າມັນເຊື້ອໄຟ (ປະເພດລົດເມ- ລົດໂດຍສານ) ເພື່ອເປັນການຫຼຸດຜ່ອນມົນລະພິດທາງອາກາດ ຊຶ່ງຈະມີການເລີ່ມທົດລອງນໍາໃຊ້ໃນປີ 2021 ທີ່ຈະມາເຖິງນີ້. ພິທີເຊັນສັນຍາການຮ່ວມມືດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ຕຸລາ…

ພຽງ 6 ປີ, ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ

ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໂດດເດັ່ນໃນການຫຼຸດຜ່ອນຄວາມທຸກຍາກໃນໄລຍະເວລາ 25 ປີຜ່ານມາ, ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ, ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019, ຂໍ້ມູນດັ່ງກ່າວ ໄດ້ຖືກລາຍງານຢູ່ ກອງປະຊຸມ ເຜີຍແຜ່ບົດລາຍງານ ຄວາມທຸກຍາກຂອງ ສປປ…

ກຽມຄົ້ນຫາພໍ່ຕູ້ພວງເປັນຮອບທີ 2

ຍາດຕິພີ່ນ້ອງພໍ່ຕູ້ພວງກຽມຄົ້ນຫາພໍ່ຕູ້ພວງເປັນຮອບທີ 2 ໃນ 2-3 ວັນຂ້າງໜ້ານີ້, ຫຼັງຈາກຢຸດການຄົ້ນຫາມາໄດ້ 1 ອາທິດແລ້ວ, ຊຶ່ງພໍ່ຕູ້ພວງ ອາຍຸ 95 ປີ ໄດ້ຫາຍຕົວໄປໃນເວລາທີ່ໄປທ່ຽວກັບລູກຫຼານທີ່ນໍ້າປ່ຽນຢໍລະປາ ຢູ່ບ້ານຊຽງແລທ່າ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໃນວັນທີ 3 ຕຸລາທີ່ຜ່ານມາ. ຫຼານຂອງພໍ່ຕູ້ພວງ…