ຄະນະນໍາຊຸດໃໝ່ກຽມພ້ອມພັດທະນາ ສປປ ລາວ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ
ຄະນະບໍລິຫານງານສູນກາງພັກສະໄໝທີ XI ຫຼື ຊຸດໃໝ່ກຽມຜັນຂະຫຍາຍແນວທາງການ ປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນ ນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ. ອີງຕາມຜົນຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະ ຕິວັດລາວປທີ່ປະກອບໄປດ້ວຍກົມການເມືອງສູນກາງພັກ 13 ສະຫາຍ (ຍິງ…

