ເຊກອງຈະເປີດດ່ານສາກົນແຫ່ງທຳອິດກັບປະເທດຫວຽດນາມໃນເດືອນໜ້າເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ
ອໍານາດການປົກຄອງແຂວງເຊກອງໃຫ້ຮູ້ວ່າ: ແຂວງເຊກອງໄດ້ຍົກລະດັບດ່ານປະເພນີ ເປັນດ່ານສາກົນ ຊຶ່ງຈະເປັນດ່ານສາກົນທຳອິດກັບປະເທດຫວຽດນາມ ແລະ ຈະມີພິທີເປີດໃນວັນທີ 24 ມີນາ 2021 ທີ່ຈະມາເຖິງນີ້ເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ການໄປມາຫາສູ່ຂອງປະຊາຊົນທັງສອງປະເທດ. ທ່ານເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ກ່າວຕໍ່ທີມງານ ວຽງຈັນທາຍເມື່ອບໍ່ດົນມານີ້ກຽ່ວກັບການເປີດດ່ານດັ່ງກ່າວວ່າ: ລັດຖະບານລາວ ແລະ ຫວຽດນາມໄດ້ຕົກລົງທີ່ຈະຍົກລະ…

