ປະຊາຊົນທຸກຊັ້ນຄົນທີ່ໄປສັກຢາວັກຊີນປ້ອງກັນໂຄວິດ-19 ແມ່ນບໍ່ໄດ້ເສຍຄ່າບໍລິການໃດໆ
ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງໂຂງ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ປະຊາຊົນທຸກຊັ້ນຄົນທີ່ໄປຮັບການສັກຢາວັກຊີນປ້ອງ ກັນໂຄວິດ-19 ແມ່ນບໍ່ໄດ້ເສຍຄ່າບໍລິການໃດໆ. ສະເພາະມີຜູ້ບໍ່ຫວັງດີຊື່ວ່າເພັດນ້ອຍ ໜໍ່ພູໄທ ທີ່ໄດ້ນຳຮູບພາບ ແລະ ຄລິບສຽງໂດຍມີເນື້ອໃນບິດເບືອນຄວາມຈິງທີ່ວ່າການທີ່ປະຊາຊົນເມືອງ ໂຂງ ໄປຮັບການສັກຢາວັກຊີນໄດ້ເສຍຄ່າບໍລິການທີ່ວ່າ ປະຊາຊົນທົ່ວໄປແມ່ນເສຍຄົນລະ 50.000 ກີບ…

