ບໍລິສັດ ຟໍເຕ-ໂຕໂກ ລາວ ກຽມສຶກສາໂຄງການປະກັນໄພນັກທ່ອງທ່ຽວ ຢູ່ ສປປ ລາວ
ບໍລິສັດ ຟໍເຕ-ໂຕໂກ ລາວ ປະກັນໄພ ຈຳກັດ ກຽມສຶກສາຄວາມເປັນໄປໄດ້ໂຄງການປະກັນໄພສໍາລັບນັກທ່ອງທ່ຽວຢູ່ ສປປ ລາວ, ຊຶ່ງຈະເປັນຜູ້ສຶກສາສຳຫຼວດ ເພື່ອຮັບປະກັນວ່າໂຄງການດັ່ງກ່າວນີ້ ຈະມີປະສິດທິພາບ ແລະ ຜົນປະໂຫຍດສູງສຸດສຳລັບນັກທ່ອງທ່ຽວ ແລະ ລັດຖະບານ. ສໍາລັບ ໂຄງການປະກັນໄພນັກທ່ອງທ່ຽວ ເປັນສ່ວນໜຶ່ງທີ່ສຳຄັນໃນການຊ່ວຍເຫຼືອອຸດສາຫະກຳການທ່ອງທ່ຽວໃຫ້ມີສະເຖຍລະພາບ, ຊຶ່ງຈະຊ່ວຍໃຫ້ນັກທ່ອງທ່ຽວມີຄວາມສະບາຍໃຈ ບໍ່ມີຄວາມກັງວົນ…

