ສໍາເລັດການຕິດຕັ້ງເຄືອຂ່າຍສາຍຊັກນໍາດ້ານເທິງທໍາອິດຂອງໂຄງການທາງລົດໄຟລາວ-ຈີນ
ສໍາເລັດອີກບາດກ້າວໜຶ່ງສໍາລັບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພາຍຫຼັງການ ກໍ່ສ້າງລະບົບສາຍໄຟຟ້າຊັກນໍາດ້ານເທິງສາຍທໍາອິດຂອງ ໂຄງການໃນໄລຍະລະຫວ່າງ ເຂດວຽງຈັນເໜືອ ຫາ ເຂດວຽງຈັນ ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຮັບຜິດຊອບການກໍ່ສ້າງໂດຍ ກົມໄຟຟ້າເສັ້ນທາງລົດໄຟຈີນວູຫັ້ນ ໄດ້ສ້າງສໍາເລັດເມື່ອບໍ່ດົນມານີ້. ສາຍຊັກນໍາດັ່ງກ່າວຂອງເສັ້ນທາງລົດໄຟ ມີຄວາມຍາວທັງໝົດ 576,079 ກິໂລແມັດ, ສາຍວົງຈອນຈ່່າຍໄຟຟ້າແມ່ນ 92 ກິໂລແມັດຕໍ່ເສັ້ນ,…


