ບໍ່ນໍ້າຮ້ອນປຸ່ງເລາະແຂວງບໍ່ແກ້ວໄດ້ຮັບຄວາມ ນິຍົມຈາກນັກທ່ອງທ່ຽວລາວ ແລະ ຕ່າງປະເທດ
ບໍ່ນໍ້າຮ້ອນປຸ່ງເລາະເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍສົດງົດງາມ, ເປັນບໍ່ນໍ້າຮ້ອນທີ່ ເກີດຂຶ້ນຢູ່ທ່າມກາງຄວາມເຢັນຂອງແມ່ນໍ້າ, ເປັນສິ່ງມະຫັດສະຈັນຫຼາຍ ໂດຍບໍ່ນໍ້າຮ້ອນນີ້ຕັ້ງ ຢູ່ບ້ານປຸ່ງເລາະ ເມືອງເມິງ ແຂວງບໍ່ແກ້ວ ຊຶ່ງເປັນເຂດແດນລະຫວ່າງເມືອງເມິງ ແລະ ເມືອງຕົ້ນເຜິ້ງ ຫ່າງຈາກເທສະບານເມືອງ 62 ກິໂລແມັດ ແລະ ຈາກການທີ່ຕັ້ງຢູ່ເຂດແດນລະຫວ່າງ 2 ເມືອງ. ປັດຈຸບັນເຂດດັ່ງກ່າວໄດ້ມີບໍລິສັດເຂົ້າ ມາສໍາປະທານ…

