ສະພາບອາກາດ ຍັງຈະສຶບຕໍ່ໜາວເຢັນຢູ່ທົ່ວໄປໃນແຕ່ລະພາກ ຈົນຮອດທ້າຍເດືອນນີ້
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ໃນໄລຍະວັນທີ 28-31 ມັງກອນ 2021, ສະພາບອາກາດຍັງຈະໜາວເຢັນລົງຢູ່ທົ່ວໄປໃນແຕ່ລະພາກ, ຍ້ອນມວນອາກາດເຢັນທີ່ປະເທດຈີນ ຈະເພີ່ມກຳລັງແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່. ສະເພາະຢູ່ແຂວງພາກເໜືອ ອາກາດຍັງຈະໜາວເຢັນຫຼາຍ, ເຂດພູສູງ ແລະ ພູດອຍ,…

