ນາຍົກເນັ້ນໃຫ້ນັກຮົບເສື້ອຂາວສືບຕໍ່ປະຕິບັດວຽກງານໂດຍຮັບໃຊ້ປະຊາຊົນ ດ້ວຍຈັນຍາບັນ ແລະ ຈັນຍາທຳ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວຍ້ອງຍໍ ຊົມເຊີຍຜົນງານຂອງແພດໝໍ ຫຼື ນັກຮົບເສື້ອຂາວທຸກໆຄົນທີ່ໄດ້ຕັ້ງໜ້າຮັບມືກັບພະຍາດ ໂຄວິດ-19 ຈົນສາມາດຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ໄດ້ ໃນລະດັບທີ່ແນ່ນອນ ເຖິງຈະມີຜູ້ຕິດເຊື້ອ ແຕ່ກໍ່ບໍ່ມີຜູ້ເສຍຊີວິດ ແລະ ໃຫ້ສືບຕໍ່ມູນເຊື້ອປະຕິວັດ ຮັບໃຊ້ປະຊາຊົນດ້ວຍ ຈັນຍາບັນ, ຈັນຍາທຳ ຖືວ່າເປັນແພດຂອງປະຊາຊົນ…

