ທຸກຄົນທີ່ເຂົ້າມາລາວຕ້ອງມີໃບຢັ້ງຢືນກວດສຸຂະພາບຈາກປະເທດທີ່ມາ
ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເຖິງແມ່ນວ່າຢູ່ ສປປລາວ ຈະສາມາດຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວກໍ່ຕາມ ໂດຍ 19 ຄົນທີ່ຕິດເຊື້ອພະຍາດດັ່ງກ່າວແມ່ນສາມາດປິ່ນປົວດີແລ້ວ ແລະ ສາມາດກັບບ້ານໄດ້ແລ້ວ ແຕ່ໃນຕໍ່ໜ້າທາງກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງຍັງຕ້ອງໄດ້ສືບຕໍ່ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດຄືເກົ່າ ຊຶ່ງການເຝົ້າລະວັງຜູ້ທີ່ມາຈາກຕ່າງປະເທດເຂົ້າມາລາວນີ້ຈະແມ່ນມາດຕະການຫຼັກ ຫຼື ສໍາຄັນທີ່ສຸດ ທີ່ເລັ່ງໃສ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ກັບຄືນມາແຜ່ລະບາດຄືນໃໝ່ໃນຕໍ່ໜ້າ. ທ່ານ ຮສ…

