ລາວຕ້ອງໄດ້ປັບປຸງດ້ານນິຕິກຳ, ບຸກຄະລາກອນ ແລະ ລະບົບໄອທີເພື່ອໃຫ້ສອດຄ່ອງກັບລະບົບການລາຍງານການເງິນ IFRS
ທະນາຄານແຫ່ງ ສປປ ລາວ ແຈ້ງໃຫ້ຮູ້ວ່າ: ການປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ເປັນວຽກງານທີ່ສຳຄັນ ແລະ ຮີບດ່ວນ, ກົດໝາຍວ່າດ້ວຍການບັນຊີ ໄດ້ກໍານົດໃຫ້ວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະ (PIE) ຊຶ່ງລວມທັງທະນາຄານທຸລະກິດ ແລະ ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ ຕ້ອງຖືບັນຊີຕາມ IFRS ເພື່ອຈັດຕັ້ງປະຕິບັດຕາມກົດໝາຍດັ່ງກ່າວ. ສະນັ້ນ ເພື່ອສືບຕໍ່ກະກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດ…

