ການຂັບຂີ່ປອດໄພ ຈົ່ງໃສ່ໃຈກວດກາເຕັກນິກເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2568
ທ່ານ ພັນໂທ ຫຼຽນໄຊ ມົງຄົນຄໍາ ຫົວໜ້າກອງໂຄສະນາຕໍາຫຼວດຈໍລີຈອນ ຫ້ອງຕຳຫຼວດນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດ ຕໍ່ນັກຂ່າວ ໜັງສືພິມປະຊາຊົນສຽງຂອງສູນກາງພັກ ໃນວັນທີ 10 ເມສາຜ່ານນີ້ ທີ່ສະຖານີຂົນສົ່ງທາງໄກ ສາຍໃຕ້ວ່າ: ນັກຂັບຂີ່ທີ່ດີ ຈົ່ງກວດກາຄວາມພ້ອມດ້ານເຕັກນິກ(ສຸຂະພາບຂອງນັກຂັບຂີ່-ເຕັກນິກລົດ) ການຂັບເຄື່ອນຈຶ່ງປອດໄພ ເພື່ອນໍາພາຜູ້ໂດຍສານ ກໍຄືນັກທ່ອງທ່ຽວໄປເຖິງຈຸດໝາຍປາຍທາງ, ບ້ານເກີດເມືອງນອນ.…

