ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ລົງຢ້ຽມຢາມ ບັນດາໂຮງຈັກໂຮງງານ ທີ່ນະຄອນຫຼວງວຽງຈັນ

ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມບັນດາໂຮງຈັກໂຮງງານ ລະຫວ່າງວັນທີ 19-20 ເມສາ 2021 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເນັ້ນໃສ່ຢ້ຽມຢາມໂຮງງານຕັດຫຍິບ ໃນນັ້ນມີ ບໍລິສັດໂຮຢາ…

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວ ປະຈຳປີ 2021

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວ ປະຈຳປີ 2021 ໄດ້ຈັດຂຶ້ນວັນທີ 20 ເມສາ 2021 ຜ່ານມານີ້ ທີ່ ແຂວງຫາຍໜານ ສປ ຈີນ ພາຍໃຕ້ຫົວຂໍ້:…

ນາຍົກຮຽກຮ້ອງໃຫ້ທຸກຄົນໃນສັງຄົມຮັບເອົາຂໍ້ມູນຂ່າວສານກ່ຽວກັບພະຍາດໂຄວິດ-19 ຢ່າງມີສະຕິ ແລະ ໃຫ້ເອົາໃຈໃສ່ຕິດຕາມຂໍ້ມູນຂ່າວສານຈາກທາງການ

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຖະແຫຼງກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ ໂຄວິດ-19 ເມື່ອບໍ່ດົນມານີ້ໂດຍທ່ານໄດ້ ຮຽກຮ້ອງໃຫ້ທຸກຄົນໃນສັງຄົມຮັບເອົາຂໍ້ມູນຂ່າວສານກ່ຽວກັບພະຍາດໂຄວິດ-19ຢ່າງມີສະຕິ, ໃຫ້ເອົາໃຈໃສ່ຕິດຕາມຂໍ້ມູນຂ່າວສານຈາກທາງການ, ບໍ່ໃຫ້ສົ່ງຕໍ່ຂ່າວລືຕ່າງໆ ທີ່ບໍ່ມາຈາກແຫຼ່ງທາງການ ເຊິ່ງອາດຈະສ້າງຄວາມສັບສົນວຸ້ນວາຍໃນສັງຄົມ. ດັ່ງກໍລະນີທີ່ມີຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ປ່ອຍຄລີບສຽງກ່ຽວກັບການປິດເມືອງນະຄອນຫຼວງວຽງຈັນຍ້ອນການແຜ່ລະບາດຂອງພະຍາດດັ່ງກ່າວ, ຄລີບສຽງທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19…

ການລະບາດຂອງພະຍາດໂຄວິດ-19 ຢູ່ ໃນໂລກ ແລະປະເທດໃກ້ຄຽງຍັງ ໜ້າເປັນຫ່ວງ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕາງໜ້າໂດຍ ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່  ໄດ້ແຈ້ງໃຫ້ຮູ້ເມື່ອວັນທີ 20 ເມສາ 2021 ທີ່ຜ່ານມານີ້ໃຫ້ຮູ້ວ່າ: ໃນທົ່ວໂລກມີການລະບາດຂອງພະຍາດ ໂຄວິດ-19 ທັງໝົດ 219 (ປະເທດ/ເຂດ),…

ແຂວງບໍລິຄໍາໄຊ ຫ້າມບໍ່ໃຫ້ແຮງງານລາວລັກລອບເດີນທາງຂ້າມນໍ້າຂອງມາທາງເຮືອກີບ ເຮືອຈັກ ຢ່າງເດັດຂາດ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ແຂວງ ບໍລິຄໍາໄຊ ໄດ້ແຈ້ງການ ເມື່ອບໍ່ດົນມານີ້ວ່າ: ຫ້າມບໍ່ໃຫ້ແຮງງານລາວລັກລອບເຂົ້າເມືອງຜິດກົດໝາຍຜ່ານຊ່ອງທາງຕ່າງໆ ໂດຍບໍ່ໄດ້ຜ່ານດ່ານຊາຍແດນທີ່ຄະນະສະເພາະກິດຂັ້ນແຂວງອະນຸຍາດ ຊຶ່ງມີຄວາມສ່ຽງສູງທີ່ຈະນໍາເອົາເຊື້ອພະຍາດເຂົ້າມາແຜ່ລະບາດໃນຊຸມຊົນ-ສັງຄົມ ແຂວງບໍລິຄໍາໄຊ. ໂດຍສະເພາະຫ້າມບໍ່ໃຫ້ແຮງງານລາວລັກລອບເດີນທາງຂ້າມນໍ້າຂອງມາທາງເຮືອກາບ, ເຮືອຈັກ ແລະ ເຮືອຫາປາປະເພດຕ່າງໆຢ່າງເດັດຂາດ ໃນນັ້ນໃຫ້ອໍານາດການປົກຄອງແຕ່ລະບ້ານທີ່ຕັ້ງຢູ່ລຽບຕາມແຄມແມ່ນໍ້າຂອງ ເຊັ່ນ: ເມືອງປາກຊັນ,…

ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ຄົນໂດຍຕິດຈາກຄົນໄທທີ່ລັກຂ້າມມາ ແລະ ເປັນແມ່ບ້ານຢູ່ປະເທດໄທ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວເມື່ອວັນທີ 20 ເມສາ ນີ້ ຕາງໜ້າໂດຍທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2…

5-6 ວັນຕໍ່ໄປນີ້ທົ່ວທຸກພາກຂອງປະເທດອາກາດຍັງສືບຕໍ່ຮ້ອນຫາຮ້ອນອົບເອົ້າ ແລະ ມີຝົນຕົກພ້ອມດ້ວຍຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນລ່ວງໜ້າກ່ຽວກັບສະພາບອາກາດນັບແຕ່ວັນທີ 19-25 ເມສາ 2021 ນີ້ວ່າ: ທົ່ວທຸກພາກຂອງປະເທດອາກາດຍັງສືບຕໍ່ຮ້ອນ ຫາຮ້ອນອົບເອົ້າ ພ້ອມທັງມີຝົນຕົກໃນລະດັບຄ່ອຍ, ຝົນຕົກປານກາງ ຫາ ຕົກໜັກພ້ອມດ້ວຍຟ້າຮ້ອງຟ້າເຫຼື້ອມ, ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໂດຍສະເພາະແຂວງ ພາກກາງ ແລະ ພາກໃຕ້ ຍ້ອນຄວາມກົດດັນຕ່ໍາຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ…

ອຸໂມງທາງດ່ວນວຽງຈັນ-ວັງວຽງ ມືດ ຫຼື ບໍ່ມີໄຟສະຫວ່າງຍ້ອນມີການລັກສາຍໄຟ

ທ່ານມາ​ຫົງ​ຫວາງ ຮອງ​ປະ​ທານ ບໍ​ລິ​ສັດ ​ຮ່ວມ​ທຶນ ພັດ​ທະ​ນາ ທາງ​ດ່ວນ ລາວ​-ຈີນຈໍາກັດໃຫ້ຮູ້ວ່າ: ສາເຫດທີ່ອຸໂມງທາງດ່ວນວຽງຈັນ-ວັງວຽງ ມືດ ຫຼື ບໍ່ມີໄຟສະຫວ່າງ ຊ່ວງໄລຍະກິໂລແມັດ K63+380 ນັ້ນສາເຫດຍ້ອນມີການລັກສາຍໄຟ ເຖິງແມ່ນວ່າພາຍຫຼັງທີ່ຖືກລັກບໍລິສັດໄດ້ມີການແປງຄືນຫຼາຍ​ຄັ້ງ ແຕ່​ກໍ່​​ຍັງມີ​ຄົນ​ມາ​ລັກ​ອີກ. ທ່ານມາ​ຫົງ​ຫວາງໄດ້ກ່າວຕື່ມວ່າ: ສະເພາະການ​ຄຸ້ມ​ຄອງ ແລະ ບໍ​ລິ​ການທາງ​…

ທຸກຄົນທີ່ອາໄສຢູ່ລາວຕ້ອງເຂົ້າໃຈຕໍ່ຄວາມອັນຕະລາຍຂອງພະຍາດໂຄວິດ-19

‘‘ບຸກຄົນໃດລັກລອບເຂົ້າມາແລ້ວນຳເຊື້ອພະຍາດໂຄວິດ-19 ເຂົ້າມາຕິດໃສ່ຜູ້ອື່ນ ຜູ້ນັ້ນກໍ່ຕ້ອງມີຄວາມຮັບຜິດຊອບທຸກດ້ານບໍ່ວ່າຈະເປັນຄ່າໃຊ້ຈ່າຍຕ່າງໆ ແລະ ທາງກົດໝາຍບ້ານເມືອງ, ຖ້າລາວເຮົາປ້ອງກັນໄດ້ດີ ກໍ່ເປັນການຊ່ວຍປະເທດເພື່ອນບ້ານທີ່ຕິດກັບພວກເຮົາ ພ້ອມກັນນັ້ນຫາກປະເທດເພື່ອນບ້ານປ້ອງກັນໄດ້ດີບໍ່ໃຫ້ພະຍາດດັ່ງກ່າວລະບາດກໍ່ເປັນການຊ່ວຍພວກເຮົາເຊັ່ນກັນ, ຮຽກຮ້ອງໃຫ້ທຸກຄົນໃນສັງຄົມຮັບເອົາຂໍ້ມູນຂ່າວສານຢ່າງມີສະຕິ, ໃຫ້ເອົາໃຈໃສ່ຕິດຕາມຂໍ້ມູນຂ່າວສານຈາກທາງການ, ບໍ່ໃຫ້ສົ່ງຕໍ່ຂ່າວລືຕ່າງໆ ທີ່ບໍ່ມາຈາກແຫຼ່ງທາງການ ເຊິ່ງອາດຈະສ້າງຄວາມສັບສົນວຸ້ນວາຍໃນສັງຄົມ’’, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ…

ມາດຕະການຕ່າງໆເພື່ອປ້ອງກັນພະຍາດໂຄວິດ-19 ໄດ້ເປັນອຸປະສັກໃຫ້ແກ່ການດຳລົງຊີວິດຂອງປະຊາຊົນແຕ່ກໍ່ຈຳເປັນເພື່ອປ້ອງກັນຊີວິດຂອງປະຊາຊົນ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຖະແຫຼງກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ ໂຄວິດ-19 ເມື່ອວັນທີ 19 ເມສາ 2021 ນີ້ ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ບັນດາມາດຕະການຕ່າງໆທີ່ທາງຄະນະສະເພາະກິດປ້ອງກັນ,…