ແຮງງານລາວ 17 ຄົນທີ່ເຮັດວຽກຢູ່ ໄທລັກລອບເດີນທາງເຂົ້າແຂວງໄຊຍະບູລີ
ອໍານາດການປົກຄອງແຂວງໄຊຍະບູລີ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ເຈົ້າໜ້າທີ່ລາດຕະເວນຊາຍແດນໄດ້ກວດພົບແຮງງານລາວທີ່ເຮັດວຽກຢູ່ປະເທດໄທລັກລອບເຂົ້າມາແຂວງໄຊຍະບູລີ ຫຼື ກັບຄືນມາປະເທດລາວເຂົ້າມາເມືອງຊຽງຮ່ອນ 16 ຄົນ ແລະ ເມືອງໄຊສະຖານ 1 ຄົນ ເມື່ອວັນພຸດທີ່ຜ່ານມາ ແລະ ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ນຳໄປສຶກສາອົບຮົມ ແລະ ຈໍາກັດບໍລິເວນແລ້ວ.…

