ປະຊາຊົນລາວຕ້ອງດຳລົງຊີວິດປົກກະຕິແບບໃໝ່ ໃນຍຸກຂອງພະຍາດໂຄວິດ-19 ລະບາດ
ຄະນະສະເພາະກິດເພື່ອຄວບຄຸມ, ປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19 ຍັງໄດ້ແຈ້ງການເນັ້ນໃຫ້ປະຊາຊົນລາວປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຢ່າງເຄັ່ງຄັດ, ພ້ອມທັງສືບຕໍ່ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເປັນຕົ້ນ ແມ່ນ ອອກຈາກບ້ານເມື່ອຈຳເປັນ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ, ຫຼີກລ້ຽງການໃຊ້ລົດໂດຍສານສາທາລະນະ ໂດຍສະເພາະເວລາແອອັດ, ການລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ…

