ຂຶ້ນໃຊ້ທາງດ່ວນວຽງຈັນ-ວັງວຽງ

ປະຊາຊົນລາວຕ່າງກໍ່ດີໃຈທີ່ຈະໄດ້ຊົມໃຊ້ເສັ້ນທາງດ່ວນແຫ່ງທໍາອິດຂອງ ປະເທດລາວ ຄືເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ທີ່ມີຈຸດເລີ່ມຕົ້ນຢູ່ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ໂດຍມີໄລຍະທາງ 109, 9 ກິໂລແມັດ ທີ່ຈະເປີດບໍລິການໃນລະຫວ່າງວັນທີ 20-30 ທັນວາ 2020 ນີ້ຢ່າງແນ່ນອນ…

ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດຍ້ອນອຸບັດເຫດຫຼາຍກວ່າແຂວງອື່ນໆ ໃນເດືອນພະຈິກຜ່ານມາ 

ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ອຸບັດເຫດເກີດຂຶ້ນຫຼາຍກ່ວາໝູ່ໃນຂອບເຂດທົ່ວປະເທດ ໃນເດືອນພະຈິກ 2020 ຜ່ານມາ ແມ່ນຢູ່ ນະຄອນຫຼວງວຽງຈັນ, ຊຶ່ງມີຈໍານວນຜູ້ເສຍຊີວິດເຖິງ 25 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 145 ກໍລະນີ, ຮອງລົງມາແມ່ນ ແຂວງ ສະຫວັນນະເຂດ ມີຜູ້ເສຍຊີວິດ…

ຫ້າມລົງໂທດປະຫານຊີວິດຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ ແລະ ເກີນ 60 ປີ ໃຫ້ໃສ່ໂທດຕັດອິດສະລະພາບຕະຫຼອດຊີວິດແທນ

ອີງຕາມມາດຕາທີ 51 ກ່ຽວກັບໂທດປະຫານຊີວິດ ຂອງໝວດທີ 5 ນີ້ລະບຸໄວ້ວ່າ: ໂທດປະຫານຊີວິດ ແມ່ນມາດຕະການພິເສດຂອງການລົງໂທດທີ່ລົງໃສ່ຜູ້ກະທໍາຜິດໃນສະຖານໜັກເປັນພິເສດຊຶ່ງໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາທີ່ກໍາກົດການກະທໍາຜິດທາງອາຍາ ແລະ ໂທດ. ການປະຫານຊີວິດຢູ່ ສປປ ລາວ ແມ່ນໃຫ້ປະຕິບັດດ້ວຍການຍິງເປົ້າ. ໃນໂທດປະຫານຊີວິດນີ້ຕາມປະມວນກົດໝາຍ ຍັງມີຂໍ້ຍົກເວັ້ນປະຫານຊີວິດຜູ້ກະທໍາຜິດ ເຊັ່ນ: ບຸກຄົນທີ່ກະທໍາຜິດທີ່ມີອາຍຸຕໍ່າກວ່າ 18 ປີ,…

ຖວທ ໄດ້ສຸມທຸກຄວາມສາມາດນໍາພາ-ຊີ້ນໍາວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ດໍາເນີນໄປຕາມແຜນ ແລະ ພັດທະນາຢ່າງຕໍ່ເນື່ອງ

ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ (ຖວທ), ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໄຂຂຶ້ນຕອນເຊົ້າຂອງວັນທີ 10 ທັນ…

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແຂວງສະຫວັນນະເຂດ ຊ່ວຍແນວພັນເຂົ້ານາແຊງ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງ ກະສິກຳ ກະຊວງກະສິກຳ ແລະ ປ່າໄມ້ມອບແນວພັນເຂົ້າຮຸ່ນ 3 ຈໍານວນ 151 ໂຕນໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດເພື່ອໄປແຈກຢາຍໃຫ້ປະຊາຊົນຢູ່ 8 ເມືອງ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ. ພິທີມອບ-ຮັບແນວພັນເຂົ້າຈໍານວນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ ພະແນກກະສິກໍາ…

ກຽມງານ​ບຸນອຸທິດ, ຍ້າຍເຖົ່າຝຸ່ນອັດຖິ ປະທານໄກສອນ ໄປສູ່ສຸສານແຫ່ງຊາດ

ລັດຖະບານລາວ ກຽມ ຍ້າຍເຖົ່າຝຸ່ນອັດຖິ ຂອງ ທ່ານປະທານໄກສອນ ພົມວິຫານ ຈາກອະນຸສອນສະຖານ ຫຼັກ 6 ໄປສູ່ສຸສານແຫ່ງຊາດ ຫຼັກ 24, ໃນວັນທີ 11 ທັນວາ 2020 ນີ້, ຊຶ່ງຈະໄດ້ນິມົນພະສົງ ມາທໍາພິທີທາງສາດສະໜາ ທີ່ອະນຸສອນສະຖານ…

ທໍລະຍົດຕໍ່ປະເທດຊາດຈະຖືກຕັດອິດສະລະພາບຕະຫຼອດຊີວິດ ຫຼື ຮ້າຍແຮງໄປກວ່ານັ້ນອາດຖືກປະຫານຊີວິດ

ອີງຕາມປະມວນກົດໝາຍອາຍາກ່ຽວກັບການກະທໍາຜິດຕໍ່ຄວາມສະຫງົບຂອງຊາດ ມາດຕາ 10 ກ່ຽວກັບການທໍລະຍົດຕໍ່ຊາດໄດ້ລະບຸໄວ້ວ່າ: ພົນລະເມືອງລາວຜູ້ທີ່ເຄື່ອນໄຫວພົວພັນ ແລະ ຮ່ວມມືກັບຄົນຕ່າງປະເທດ ຫຼື ອົງການຈັດຕັ້ງຕ່າງປະເທດໂດຍມີເຈດຕະນາທໍາລາຍຄວາມເປັນເອກະລາດ, ອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຜົນປະໂຫຍດອັນຍິ່ງໃຫ່ຍທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ ແລະ ສັງຄົມ ຂອງ ປະເທດລາວ…

ຕໍາແລ້ວໜີຈະຕິດຄຸກ 1 ປີ ຫາ 3 ປີພ້ອມປັບໃໝເງິນເຂົ້າລັດ ແລະ ຍັງຈະຈ່າຍ ທາງແພ່ງໃຫ້ຄູ່ກໍລະນີນຳອີກ

ອຸບັດເຫດຕໍາແລ້ວໜີຢູ່ຕາມທ້ອງຖະໜົນຍັງມີໃຫ້ເຫັນເປັນປະຈໍາໂດຍສະເພາະຢູ່ຕາມເສັ້ນທາງປ່ຽວ ຫຼື ໃນເວລາກາງຄືນທີ່ບໍ່ມີພາຫະນະສັນຈອນຫຼາຍຈຶ່ງເຮັດໃຫ້ສະດວກໃນການໜີ ແຕ່ທ່ານຮູ້ບໍ່ວ່າການຕໍາແລ້ວໜີ ຖ້າຈັບໄດ້ຈະຖືກລົງໂທດແນວໃດ ? ອິງຕາມປະມວນກົດໝາຍອາຍາ ຂອງ ສປປ ລາວ ໝວດ 3 ກ່ຽວກັບການກະທໍາຜິດຕໍ່ຊີວິດ, ສຸຂະພາບ ແລະ ກຽດສັກສີຂອງບຸກຄົນ ໃນມາດຕາ 146 ກ່ຽວກັບການຫຼົບໜີຈາກອຸບັດເຫດລະບຸໄວ້ວ່າ: ບຸກຄົນໃດຫາກໄດ້ເຮັດໃຫ້ເກີດອຸບັດເຫດ…

ລາຄານໍ້າມັນເຊື້ອໄຟທຸກປະເພດຈະປັບຂຶ້ນ ເລີ່ມມື້ອື່ນ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການໃນຕອນເຊົ້າວັນທີ 9 ທັນວາ 2020 ນີ້ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ບັນດາປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດໃຫ້ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກປະເພດເລີ່ມມື້ອື່ນວັນທີ 10 ທັນວາ 2020 ນັບແຕ່ເວລາ 6 ໂມງ 00…

ໂຄງການກໍ່ສ້າງລະບົບນໍ້າປະປາ ເມືອງອານຸວົງ ສາມາດຜະລິດນໍ້າປະປາໄດ້ 710 ແມັດກ້ອນຕໍ່ມື້

ໂຄງການກໍ່ສ້າງລະບົບນໍ້າປະປາ ບ້ານອອມ, ເມືອງອານຸວົງ, ແຂວງໄຊສົມບູນທີ່ ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015, ມາຮອດປັດຈຸບັນ ໄດ້ສໍາເລັດແລ້ວ 100 % ຊຶ່ງສາມາດຜະລິດນໍ້າປະປາໄດ້ 710  ແມັດກ້ອນ/ມື້, ມູນຄ່າການກໍ່ສ້າງທັງໝົດ 9 ຕື້ ກວ່າກີບ. ໂຄງການກໍ່ສ້າງລະບົບນໍ້າປະປາ ບ້ານອອມ ເປັນໂຄງການສະເໜີເຂົ້າແຜນງົບປະມານ…