ກວດພົບອາຫານທີ່ບໍ່ປອດໄພຫຼາຍລາຍການຢູ່ຕະຫຼາດເທດສະບານ ເມືອງສາມັກຄີໄຊ

ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ພະແນກສາທາລະນະສຸກແຂວງອັດຕະປື ໂດຍສົມທົບກັບ ພະແນກອຸດສາຫະກໍາ ແລະ ການຄ້າແຂວງອັດຕະປື, ເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມແຂວງ ພ້ອມດ້ວຍວິຊາການຫ້ອງການສາທາລະນະສຸກ ເມືອງ ສາມັກຄີໄຊ ໄດ້ລົງກວດ ກາຄຸນນະພາບ ຜະລິດຕະພັນອາຫານສົດຢູ່ໃນຕະຫຼາດບ້ານເມືອງໃໝ່ ແລະ ຕະຫຼາດຫຼັກສາມ ໃນເທດ ສະບານເມືອງສາມັກຄີໄຊ ເມື່ອບໍ່ດົນມານີ້…

ການສົ່ງອອກ-ນໍາເຂົ້າສິນຄ້າ 6 ເດືອນຕົ້ນປີ ຢູ່ແຂວງສະຫວັນນະເຂດຫຼຸດຄາດໝາຍ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19

ການນຳເຂົ້າເຄື່ອງອຸປະໂພກ-ບໍລິໂພກ ແລະ ສິນຄ້າປະເພດຕ່າງໆ ພາຍໃນແຂວງສະຫວັນນະເຂດ ໃນໄລຍະ 6 ເດືອນຕົ້ນປີ 2020 ມີປະລິມານຫຼຸດລົງ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຍ້ອນຄວາມ ວິຕົກກັງວົນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມີການເຂົ້າໃຈວ່າຈະມີການປິດດ່ານ ລະ ຫວ່າງປະເທດ ຫຼື ປິດປະເທດ. ຫົວໜ້າພະແນກອຸດສາຫະກຳ ແລະ…

ລາວ ແລະ ອົດສະຕຣາລີ ສືບຕໍ່ການຮ່ວມມືຫຼາຍດ້ານ

ລັດຖະບານລາວ ແລະ ອົດສະຕຣາລີ ໄດ້ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານ, ຊຶ່ງ ອົດສະ ຕຣາລີ ໄດ້ໃຫ້ການສະໜັບສະໜູນ ຊ່ວຍ ເຫຼືອ ສປປ ລາວ ຕະຫຼອດມາ, ໂດຍສະ ເພາະ ການຊ່ວຍເຫຼືອເພື່ອການພັດທະນາ (ODA) ໃນຂົງເຂດວຽກງານການສຶກສາ,…

ພະນັກງານ-ທະຫານຈໍານວນໜຶ່ງພົວພັນ ກັບຂອງເຖື່ອນ ແລະ ປະກົດການຫຍໍ້ທໍ້າຕ່າງໆ ຢູ່ແຂວງອຸດົມໄຊ

ກອງບັນຊາການທະຫານແຂວງອຸດົມໄຊ ແຈ້ງໃຫ້ຮູ້ວ່າ: ໄດ້ພົບພະນັກງານທະຫານຈໍານວນໜຶ່ງທີ່ເຮັດຜິດຕໍ່ຈັນ ຍາບັນ, ຕໍ່ລະບຽບຂອງກອງທັບ, ກົດໝາຍຂອງລັດ ທີ່ເກີດຈາກຄວາມໂລບມາກໂລພາ ຫຼື ເຫັນແກ່ເງິນ ໂດຍໄດ້ໄປພົວພັນກັບປະກົດການຫຍໍ້ທໍ້ຕ່າງໆ. ຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງການກອງ ບັນຊາການທະຫານແຂວງອຸດົມໄຊ ທ່ານ ພັນໂທ ແກ້ວວິເສດ ລູກສອນນ້ອຍ ໄດ້ກ່າວທີ່ກອງປະຊຸມສະຫຼຸບການຈັດຕັ້ງວຽກງານຂອງກອງບັນຊາການທະຫານແຂວງອຸດົມໄຊໃນໄລຍະ 5 ປີທີ່ຜ່ານມາ…

ມຊ ຈະເລີ່ມເປີດການຮຽນ-ການສອນ ໃນວັນທີ 12 ຕຸລາ 2020

ສົກຮຽນປີ 2020-2021 ນີ້, ມະຫາວິທະຍາໄລ ແຫ່ງຊາດ (ມຊ) ຈະຮັບນັກຮຽນພຽງແຕ່ 9.000 ກວ່າຄົນເທົ່ານັ້ນ ລວມທັງນັກສຶກສາໃນແຜນ ແລະ ລະບົບຕໍ່ເນື່ອງ ໃນລະບົບປະລິນຍາຕີ ຊຶ່ງມີທັງໝົດ 107 ສາຂາ, ລະບົບອະນຸປະລິນຍາ 4 ສາຂາ ເຊິ່ງນອນຢູ່ໃນ…

ເສຍຊິວິດ ເພີ່ມອີກ 1 ຄົນ ຍ້ອນໄຂ້ຍຸງ ລວມ 10 ຄົນແລັວ ໃນທົ່ວປະເທດ

ມາຮອດປະຈຸບັນ, ມີກໍລະນີຜູ້ເສຍຊິວິດ ຍ້ອນພະຍາດໄຂ້ຍຸງລາຍສະສົມ 10 ຄົນ, ໃນນັ້ນ ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ຢູ່ ແຂວງ ສະຫັວນນະເຂດ ລວມເປັນ 5 ແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ພົບກໍລະນີຜູ້ເສຍຊິວິດ. ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ…

ນະຄອນປາກເຊ ສຶບຕໍ່ການກໍ່ສ້າງກັນຕາຝັ່ງເຈື່ອນ ແລະ ສວນສາທາລະນະແຄມຂອງ ຫຼັງຈາກຢຸດການກໍ່ສ້າງ

ໂຄງການກໍ່ສ້າງກັນຕາຝັ່ງເຈື່ອນ ແລະ ສວນສາທາລະນະແຄມຂອງ ເຂດເທດສະບານນະຄອນປາກເຊ ແມ່ນໜຶ່ງໃນວຽກງານບູລິມະສິດ ຂອງແຂວງຈຳປາສັກ ເພື່ອເປັັນການປ້ອງກັນນໍ້າຖ້ວມ ແລະ ປັບທັດສະນີຍະພາບຂອງຕົວເມືອງໃຫ້ສວຍງາມ. ໂຄງການດັ່ງກ່າວ ກວມເອົາ 19 ບ້ານ, ໃນນີ້ນະຄອນປາກເຊ 12 ບ້ານ ແລະ ເມືອງໂພນທອງ 07 ບ້ານ,…

ນັກໂທດທີ່ໂຕນໜີຈາກຄ້າຍຄຸມຂັງ ໂພນຕ້ອງ ບາງສ່ວນອາດໄປຕ່າງປະເທດແລ້ວ

ຫຼັງຈາກຊອກຄົ້ນ ແລະ ເລັ່ງຕິດຕາມມາໄດ້ 3 ວັນແລ້ວ ນັບແຕ່ມື້ໂຕນຄຸກໃນວັນທີ 24 ສິງຫາ ທີ່ຜ່ານມາ, ນັກໂທດ 7 ຄົນ ຍັງເອົາໂຕຫຼົບໜີ ຊຶ່ງ ເຈົ້າໜ້າທີ່ຄາດວ່ານັກໂທດບາງສ່ວນໄດ້ເອົາໂຕຫຼົບໜີໄປຕ່າງປະເທດແລ້ວຍ້ອນວ່ານັກໂທດສ່ວນໜຶ່ງເປັນຄົນສັນຊາດຕ່າງປະເທດ. ເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງ (ຄຸກໂພນຕ້ອງ) ໄດ້ແຈ້ງຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວ່າ: ຮອດປັດຈຸບັນຍັງບໍ່ສາມາດຈັບກຸມໄດ້ເທື່ອ ນັກໂທດ…

ປະຊາຊົນ 374 ຄົນທີ່ລີ້ໄພຢູ່ຖໍ້າປິວເສຍຊີວິດພຽງສ້ຽວວິນາທີ ຈາກລູກສອນໄຟຂອງສັດຕູໃນສະໃໝສົງຄາມ

ຖໍ້າປິວໄດ້ກາຍເປັນ ອະນຸສອນສະຖານທາງດ້ານປະຫວັດສາດຂອງ ສປປ ລາວ ທີ່ຈາລຶກເຖິງຄວາມໂຫດຮ້າຍປ່າເຖື່ອນໃນສະໃໝສົງຄາມ ຍ້ອນວ່າປະຊາຊົນລາວທີ່ພວມລີ້ໄພຢູ່ໃນຖໍ້າດັ່ງກ່າວຈໍານວນ 374 ຄົນໄດ້ເສຍຊີວິດພຽງສ້ຽວວິນາທີຈາກເຮືອບິນ F105 ຂອງສັດຕູທີ່ຍິງລູກສອນໄຟອັນຮ້ອນແຮງເຂົ້າໃນຖໍ້າປິວແຫ່ງນີ້ ໃນວັນທີ 24 ພະຈິກ ປີ ຄສ 1968. ຖໍ້າປິວຕັ້ງຢູ່ເປີ້ນພູໃນເຂດບ້ານບວມລອງ ເມືອງຄໍາ ແຂວງຊຽງຂວາງ, ຖໍ້າແຫ່ງນີ້ປົກຄຸມໄປດ້ວຍຕົ້ນໄມ້ທີ່ທຶບໜາ…

ເປີດການຮຽນ-ການສອນປົກກະຕິແຕ່ການຮຽນ-ການສອນຈະບໍ່ປົກກະຕິ ສໍາລັບສົກຮຽນປີ 2020-2021

ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ: ວັນທີ 1 ກັນຍາ 2020 ຈະເປັນມື້ເປີດຮຽນໃໝ່ ສໍາລັບສົກຮຽນປີ 2020-2021 ແຕ່ການຮຽນການສອນສົກຮຽນປີນີ້ຈະບໍ່ປົກກະຕິ ຄືທຸກໆປີທີ່ຜ່ານມາ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19. ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທ່ານ ນາງ…