ຜູ້ປະກອບການດ້ານການທ່ອງທ່ຽວຮຽກຮ້ອງໃຫ້ພາກ ສ່ວນກ່ຽວຂ້ອງຊ່ວຍເຫຼືອ
ຜູ້ປະກອບການໃນຂະແໜງການທ່ອງທ່ຽວແຂວງຈຳປາສັກຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ມີນະໂຍບາຍພິເສດເພື່ອຊ່ວຍເຫຼືອຜູ້ປະກອບການດ້ານການທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບໂດຍກົງຈາກການລະບາດຂອງພະຍາດໂຄວິດ-19. ຜູ້ສໍາປະທານ ນ້ຳຕົກຕາດເຍືອງ ທ່ານ ນາງ ສອນທິດາ ອຸນາພົມ ໄດ້ໃຫ້ສໍາພາດຕໍ່ທີມງານໜັງສືພິມວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ຂະແໜງການທ່ອງທ່ຽວໃນແຂວງຈຳປາສັກ ແລະ ທົ່ວປະເທດ ລ້ວນແຕ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ສະເພາະນໍ້າຕົກຕາດເຍືອງ ກໍ່ແມ່ນໜຶ່ງໃນຫຼາຍສະຖານທີ່ທ່ອງທ່ຽວທີ່ໄດ້ຮັບ ຜົນກະທົບອັນໜັກໜ່ວງຈາກພະຍາດດັ່ງກ່າວ ເນື່ອງຈາກວ່າຈຳນວນນັກທ່ອງທ່ຽວ ແມ່ນຫຼຸດ…

