ເປີດອະນຸສອນສະຖານ ‘‘ກອງຮ້ອຍຫີນເພັດວິລະຊົນ”
ອະນຸສອນສະຖານແທ່ນສີລາຈາລຶກ ອ້າຍນ້ອງກອງຮ້ອຍ 2 ຫຼື ‘‘ກອງຮ້ອຍຫີນເພັດວິລະຊົນ” ທີ່ຕັ້ງຢູ່ສູນກາງແນວລາວສ້າງຊາດ ຈະບັນທຶກວິລະກໍາອັນພິລະອາດຫານ ໃນການຕໍ່ສູ້ກັບສັດຕູກ່ຽວກັບການປະຕິບັດໜ້າທີ່ ໃນ 3 ໄລຍະແຕ່ປີ 1962-1974. ສູນກາງແນວລາວສ້າງຊາດ ຮ່ວມກັບ ກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດການນຳໃຊ້ແທ່ນສີລາຈາລຶກ‘‘ກອງຮ້ອຍຫີນເພັດວິລະຊົນ” ເມື່ອບໍ່ດົນມານີ້ ໂດຍການເຂົ້າຮ່ວມຂອງທ່ານ ທ່ານ ປອ…

