ທຸກຄົນຈົ່ງເປັນເຈົ້າການນຳກັນ ທຳລາຍແຫຼ່ງເພາະພັນຍຸງລາຍ
ປະຈຸບັນ, ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍນັບມື້ເພີ່ມຂຶ້ນ ແລະ ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍ ຍັງບໍ່ມີທີທ່າວ່າຈະຫຼຸດລົງ, ຍິ່ງໄປກວ່ານັ້ນຍັງເຮັດໃຫ້ມີກໍລະນີເສຍຊີວິດນຳອີກ. ສະນັ້ນ, ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ, ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ປະຊາຊົນ ຈົ່ງພ້ອມໃຈກັນເອົາໃຈໃສ່ອະນາໄມ ຕາມສະຖານທີ່ຕ່າງໆ ເປັນຕົ້ນ: ຫ້ອງການ, ສະຖານທີ່ສາທາລະນະ ແລະ ບ້ານເຮືອນຂອງໃຜລາວ ແລະ…

