ທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ແລ້ວຫຼາຍກວ່າ 1.300.000 ຄົນ
ສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງ ແລະ ໃນໂລກ ຍັງໜ້າເປັນຫ່ວງ ແລະ ມີການເພີ່ມຂຶ້ນໃນແຕ່ລະວັນ ແລະ ຍັງບໍ່ສາມາດຢັ້ງຢືນໄດ້ເທື່ອວ່າພະຍາດດັ່ງກ່າວນີ້ຈະສາມາດຢັບຢັ້ງໄດ້ມື້ໃດເຖິງແມ່ນວ່າບາງປະເທດຈະສາມາດຜະລິດວັກຊີນຢັບຢັ້ງພະຍາດນີ້ໄດ້ແລ້ວກໍ່ຕາມ. ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19, ໂດຍຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ. ພູທອນ…

