ພະນັກງານ-ທະຫານຈໍານວນໜຶ່ງພົວພັນ ກັບຂອງເຖື່ອນ ແລະ ປະກົດການຫຍໍ້ທໍ້າຕ່າງໆ ຢູ່ແຂວງອຸດົມໄຊ
ກອງບັນຊາການທະຫານແຂວງອຸດົມໄຊ ແຈ້ງໃຫ້ຮູ້ວ່າ: ໄດ້ພົບພະນັກງານທະຫານຈໍານວນໜຶ່ງທີ່ເຮັດຜິດຕໍ່ຈັນ ຍາບັນ, ຕໍ່ລະບຽບຂອງກອງທັບ, ກົດໝາຍຂອງລັດ ທີ່ເກີດຈາກຄວາມໂລບມາກໂລພາ ຫຼື ເຫັນແກ່ເງິນ ໂດຍໄດ້ໄປພົວພັນກັບປະກົດການຫຍໍ້ທໍ້ຕ່າງໆ. ຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງການກອງ ບັນຊາການທະຫານແຂວງອຸດົມໄຊ ທ່ານ ພັນໂທ ແກ້ວວິເສດ ລູກສອນນ້ອຍ ໄດ້ກ່າວທີ່ກອງປະຊຸມສະຫຼຸບການຈັດຕັ້ງວຽກງານຂອງກອງບັນຊາການທະຫານແຂວງອຸດົມໄຊໃນໄລຍະ 5 ປີທີ່ຜ່ານມາ…

