ກຸ່ມບໍລິສັດ ຫຼວງຈະເລີນຟາມ ກຽມພັດທະນາກະສິກໍາຄົບວົງຈອນ ຢູ່ເມືອງຈອມເພັດ
ກຸ່ມບໍລິສັດ ຫຼວງຈະເລີນຟາມ ຈະລົງທຶນປະມານ 44 ລ້ານໂດລາສະຫະລັດ ສໍາລັບໂຄງການພັດທະນາກະສິກໍາຄົບວົງຈອນ ຢູ່ ບ້ານໂຄກສະຫວ່າງ ເມືອງຈອມເພັດ ແຂວງຫຼວງພະບາງ ຫຼັງຈາກທີ່ລັດຖະບານໄດ້ອະນຸຍາດໃຫ້ກຸ່ມບໍລິສັດດັ່ງກ່າວສໍາປະທານເນື້ອດິນລັດ ຈໍານວນ 150 ເຮັກຕາ ຢູ່ບ້ານໂຄກສະຫວ່າງ ເພື່ອຜະລິດເປັນສິນຄ້າຈໍາໜ່າຍພາຍໃນ ແລະ ສົ່ງອອກ ໂດຍຈະມີການສ້າງຕັ້ງຟາມງົວ, ປູກຕົ້ນໄມ້ໃຫ້ໝາກ,…

