ໂຮງຮຽນ ມສ ກິນນອນຊົນເຜົ່າ ມິດຕະພາບອານຸວົງ ແຂວງໄຊສົມບູນຮັບສະເພາະນັກຮຽນທີ່ມີຖານະທຸກຍາກຂາດເຂີນ, ເປັນກຳພ້າ, ຂາດທີ່ເພິ່ງພາອາໄສ
ໂຮງຮຽນ ມສ ກິນນອນຊົນເຜົ່າ ມິດຕະພາບອານຸວົງ ທີ່ເມືອງ ອານຸວົງແຂວງໄຊສົມບູນໄດ້ເປີດສົກຮຽນໃໝ່ 2020-2021 ເມື່ອວັນທີ 16 ຕຸລາ 2020 ທີ່ຜ່ານມາ ໂດຍການເຂົ້າຮ່ວມ ຂອງຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ທ່ານ ແດງ ປະທຸມທອງ. ໂຮງຮຽນດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ຫວຽດນາມ…

