ກຽມຄົ້ນຫາພໍ່ຕູ້ພວງເປັນຮອບທີ 2

ຍາດຕິພີ່ນ້ອງພໍ່ຕູ້ພວງກຽມຄົ້ນຫາພໍ່ຕູ້ພວງເປັນຮອບທີ 2 ໃນ 2-3 ວັນຂ້າງໜ້ານີ້, ຫຼັງຈາກຢຸດການຄົ້ນຫາມາໄດ້ 1 ອາທິດແລ້ວ, ຊຶ່ງພໍ່ຕູ້ພວງ ອາຍຸ 95 ປີ ໄດ້ຫາຍຕົວໄປໃນເວລາທີ່ໄປທ່ຽວກັບລູກຫຼານທີ່ນໍ້າປ່ຽນຢໍລະປາ ຢູ່ບ້ານຊຽງແລທ່າ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໃນວັນທີ 3 ຕຸລາທີ່ຜ່ານມາ. ຫຼານຂອງພໍ່ຕູ້ພວງ…

ຝົນຍັງຈະສຶບຕໍ່ຕົກໃນແຕ່ລະພາກ ໄລຍະອາທິດນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ວ່າ: ໃນໄລຍະອາທິດນີ້, ຝົນຈະສືບຕໍ່ຕົກໃນແຕ່ລະພາກໃນຂອບເຂດທົ່ວປະເທດ, ໂດຍສະເພາະ ນັບແຕ່ມື້ນີ້ ຮອດ ວັນທີ 21 ຕຸລາ 2020 ນີ້  ຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງຢູ່ທົ່ວໄປໃນຕອນເຊົ້າແຂວງພາກເໜືອ,…

ບັນດາເມືອງທີ່ຖືກນ້ຳຖ້ວມຢູ່ແຂວງສະຫວັນນະເຂດລະດັບນ້ຳເລີ່ມຫຼຸດລົງແລ້ວ ແຕ່ຍັງຢູ່ໃນຂິດອັນຕະລາຍ

ຫ້ອງວ່າການແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ມື້ເຊົ້ານີ້ວັນທີ 20 ຕຸລາ 2020, ຢູ່ເມືອງຕ່າງໆພາຍໃນແຂວງທີ່ຖືກນ້ຳຖ້ວມນັ້ນ, ລະດັບນ້ຳໄດ້ຫຼຸດລົງແດ່ແລ້ວ ແຕ່ກໍຍັງຢູ່ໃນເຂດອັນຕະລາຍ ແລະ ຄາດວ່າມີບາງເມືອງນໍ້າອາດຈະຍຶ່ງຂຶ້ນອີກເພາະຝົນຍັງສືບຕໍ່ຕົກຢູ່. ເຈົ້າເມືອງພິນ ແຂວງສະຫວັນນະເຂດ ທ່ານສາລີ ວິນລາວັນ ໄດ້ລາຍງານຕໍ່ທິມງານວຽງຈັນທາຍ ມື້ເຊົ້າວັນທີ 20 ຕຸລາ 2020ນີ້ ກ່ຽວກັບສະພາບນໍ້າຖ້ວມຢູ່ເມືອງພິນວ່າ:…

ກະຊວງ ຖວທ ໂຈະການໃຫ້ທຶນກ່ຽວກັບການຈັດ ຝຶກອົບຮົມ-ສໍາມະນາ ຈາກ ສປ ຈີນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19

ຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໂຈະການໃຫ້ທຶນການຈັດຝຶກອົບຮົມ ແລະ ສໍາມະນາ ຈາກ ສປ ຈີນ ໃນປີ 2020 ນີ້ ເນື່ອງຈາກວ່າມີການລະບາດຂອງພະຍາດໂຄວິດ-19 ໂດຍໄດ້ສົ່ງຜົນກະທົບໂດຍກົງຕໍ່ການໄປມາຫາສູ່ກັນ ລະຫວ່າງປະເທດ. ສະເພາະໃນປີ 2021, ຄະນະກໍາມາທິການ…

ໄລຍະ 10 ເດືອນ ປິ 2020 ທົ່ວປະເທດ ມີຜູ້ປ່ວຍໄຂ້ຍຸງລາຍ 7.000ກ່ວາຄົນ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 18 ຕຸລາ 2020 ວ່າ: ນັບແຕ່ເດືອນມັງກອນ ປີ 2020 ມາຮອດປັດຈຸບັນ, ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນທັງໝົດ 7.321 ກໍລະນີ ແລະ ສະເພາະວັນທີ 18 ຕຸລາ 2020…

ການນໍາ ແຂວງສະຫວັນນະເຂດ, ນັກທຸລະກິດ ແລະ ບັນດາຫ້າງຮ້ານຕ່າງໆພາຍໃນ ແຂວງມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ການນໍາແຂວງສະຫວັນນະເຂດ ນໍາໂດຍເຈົ້າແຂວງສະຫວັນນະເຂດ ທ່ານສັນຕິພາບ ພົມວິຫານ ໄດ້ມອບເຄື່ອງບັນເທົາທຸກ ເພື່ອຊ່ວຍເຫຼືອຜູ້ປະ ສົບໄພນໍ້າຖ້ວມ ຢູ່ໃນຫຼາຍເມືອງ ຂອງແຂວງສະຫວັນນະເຂດໃນຕອນເຊົ້າວັນທີ19 ຕຸລາ ນີ້. ເຄື່ອງທີ່ມອບໃນຄັ້ງນີ້ເປັນການຊ່ວຍເຫຼືອເບື້ອງຕົ້ນ ປະກອບມີເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ແລະ ເຄື່ອງນຸ່ງຫົ່ມຈໍານວນໜຶ່ງທີ່ແຂວງໄດ້ຊື້ ແລະ ໄດ້ຮັບຈາກການບໍລິຈາກ ແລະ…

ອົງການຢູນິເຊັບ ຊ່ວຍເຫຼືອເຄື່ອງອຸປະກອນການແພດໃຫ້ແກ່ລາວ

ອົງການຢູນິເຊັບ ປະຈໍາ ສປປ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ກະຊວງສາທາລະນະສຸກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລັດຖະບານແຫ່ງ ສປປ ລາວ ໃນການຮັບມືກັບພະຍາດລະບາດ, ໂດຍສະເພາະ ເພື່ອຮັບມື ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19. ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ຜ້າອັດປາກ, ໜ້າກາກແຜ່ນໃສ, ຖົງມື…

ປະຊາຊົນເມືອງເຊໂປນຕ້ອງການຄວາມຊ່ວຍເຫຼືອ ຢ່າງຮີບດ່ວນກ່ຽວກັບເຂົ້າສານ ອາຫານແຫ້ງ, ນໍ້າດື່ມ ແລະ ເຄື່ອງນຸ່ງຫົ່ມ

ປະຊາຊົນເມືອງເຊໂປນ ແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຕ້ອງການຄວາມຊ່ວຍ ເຫຼືອ  ຈາກສັງຄົມຢ່າງຮີບດ່ວນກ່ຽວກັບເຂົ້າສານ ອາຫານແຫ້ງ, ນໍ້າດື່ມ ແລະ ເຄື່ອງນຸ່ງຫົ່ມ ເພື່ອປະຄອງຊີວິດໃນການດໍາລົງຊີວິດໃນໄລຍະຢູ່ສູນພັກພິງຊົ່ວຄາວໃນໄລຍະທີ່ຖືກນໍ້າຖ້ວມ. ເຈົ້າເມືອງເຊໂປນ ທ່ານວົງສະຫວັນ ວຽງມະນີ ໄດ້ກ່າວຕໍ່ທີມງານວຽງຈັນທາຍກ່ຽວກັບ ສະພາບນໍ້າຖ້ວມຢູ່ເມືອງເຊໂປນມື້ເຊົ້ານີ້ວັນທີ 19 ຕຸລາ 2020 ວ່າ: ນັບແຕ່ວັນທີ…

ບ້ານລາວມົງຄຸນຈະເປີດບໍລິການເພື່ອສົ່ງເສີມລາວທ່ຽວລາວ ແລະ ສິນຄ້າລາວ

ບ້ານລາວມົງຄຸນ ທີ່ຕັ້ງຢູ່ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ, ນະຄອນ ຫຼວຽງຈັນ ຈະກາຍເປັນສູນ ລວມຫັດຖະກໍາ, ຜ້າຝ້າຍ, ຜ້າໄໝ, ສິນຄ້າລາວມາຈາກທຸກໆແຂວງໃນຂອບເຂດທົ່ວປະເທດ. ພ້ອມນັ້ນ, ສູນດັ່ງ ກ່າວຍັງມີຫ້ອງວາງສະແດງ ແລະ ບໍລິການຖ່າຍພາບ, ຊົມວັດທະນະທໍາ, ຊົມສິລະປະດົນຕີ, ອາຫານລາວ ແລະ ອື່ນໆ…

ພະຍຸ ນັງກາ ຫົວທີ 16 ເຮັດໃຫ້ເສັ້ນທາງເມືອງນອງ ອອກສູ່ບ້ານດົງ ເມືອງເຊໂປນ ຖືກຕັດຂາດເປັນຮອບທີ 3

ເສັ້ນທາງແຕ່ເມືອງນອງອອກສູ່ບ້ານດົງ ເມືອງເຊໂປນ ແຂວງສະຫວັນນະເຂດ ຖືກຕັດຂາດເປັນຮອບທີ 3 ໃນມື້ວັນທີ 17 ຕຸລານີ້ ຍ້ອນພະຍຸ ນັງກາ ຫົວທີ 16 ທີ່ໄດ້ເຄື່ອນເຂົ້າມາປົກຄຸມເຂດພາກກາງ ແລະ ພາກໃຕ້ນັບແຕ່ວັນທີ 15 ຕຸລາ ຊຶ່ງໄດ້ເຮັດໃຫ້ຝົນຕົກໜັກ ແລະ ຕົກລິນຈົນຮອດປັດຈຸບັນກໍ່ຍັງສືບຕໍ່ຕົກ,…