ລັດປັບຂຶ້ນນໍ້າມັນກາຊວນ ແລະ ແອັດຊັງ ເລີ່ມມື້ອື່ນ

ລາຄານໍ້າມັນຈະປັບຂຶ້ນ ເລີ່ມມື້ອື່ນວັນທີ 16 ຕຸລາ 2020 ເວລາ 6 ໂມງ 00 ເປັນຕົ້ນໄປ, ຊຶ່ງ ລາຄານໍ້າມັນແອັດຊັງພິເສດ ຈະປັບຂຶ້ນ 60 ກີບ/ລິດ, ແອັດຊັງທໍາມະດາ ປັບຂຶ້ນ 60 ກີບ/ລິດ ແລະ…

ຕາດກວາງຊີ ນະຄອນຫຼວງພະບາງ ຈະກາຍເປັນແຫຼ່ງທ່ອງທ່ຽວລະດັບ 5 ດາວ

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງກຽມປັບປຸງພື້ນຖານໂຄງລ່າງ ຕາມສະຖານທີ່ທ່ອງທ່ຽວຕ່າງໆ ໂດຍສະເພາະຕາດກວາງຊີ ຊຶ່ງເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງລະດັບໂລກໃຫ້ກາຍ ເປັນແຫຼ່ງທ່ອງທ່ຽວລະດັບ 5 ດາວໃນອະນາຄົດ. ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ ທ່ານ ນາງສຸດາພອນ ຄົມທະວົງ ໄດ້ເປີດເຜີຍຕໍ່ສື່ມວນຊົນລາວທີ່ໄດ້ ລົງເຄື່ອນ…

785 ໂຄງການທີ່ນັກລົງທຶນຈາກສປຈີນ ມາລົງທຶນຢູ່ສປປລາວ

ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ)  ເປັນປະເທດລົງທຶນອັນດັບ 1 ຢູ່ ສປປ ລາວ ມີຈຳນວນເຖິງ 785 ໂຄງການ, ລວມມູນຄ່າ 12 ຕື້ ໂດລາ ສະຫະລັດ ແລະ ເປັນປະເທດຄູ່ຄ້າລາຍໃຫ່ຍ ອັນດັບ…

33 ບ້ານ ໃນຈຳນວນ 62 ບ້ານທົ່ວເມືອງຄຳເກີດ ສາມາດສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກ ຄ້າງຕັ້ງແຕ່ສະໄໝສົງຄາມອອກຈາກເນື້ອທີ່ທໍາການຜະລິດແລ້ວ

 ກອງກວດກູ້ລະເບີດເພື່ອມະນຸດສະທຳ 58 ກອງທັບປະຊາຊົນລາວ ເລັ່ງສືບຕໍ່ສຳຫຼວດ, ເກັບກູ້ ແລະ ທຳລາຍລະເບີດ ຢູ່ໃນເຂດເນື້ອທີ່ທໍາການຜະລິດ, ບ່ອນທຳມາຫາກິນຂອງປະຊາຊົນ ຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຊຶ່ງລວມມີທັງໝົດ 62 ບ້ານ ແລະ ສາມາດສໍາຫຼວດ ແລະ ເກັບກູ້ໄດ້ແລ້ວ 33 ບ້ານ…

ລາວ-ຈີນ ສືບຕໍ່ສາຍພົວພັນຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊະຕາກຳລາວ-ຈີນ,ຈີນ-ລາວ

ລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າລັດຖະບານລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ມີການພົບປະສອງຝ່າຍກັບ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ຫວັງ ອີ້, ເພື່ອເປັນການສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊະຕາກຳລາວ-ຈີນ,ຈີນ-ລາວ ໃຫ້ແໜ້ນແຟ້ນ…

ເນື້ອທີ່ນາ ຫຼາຍກວ່າ 4.000 ເຮັກຕາ ຢູ່ເມືອງຊົນນະບູລີ ຖືກນ້ຳຖ້ວມຍ້ອນພະຍຸໝູນເຂດຮ້ອນ ລິນຟາ

 ຫ້ອງການປູກຝັງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ເນື້ອທີ່ນາເຂົ້າທີ່ກໍາລັງເກັບກ່ຽວຜົນຜະລິດ ຫຼາຍກວ່າ 4.000 ເຮັກຕາ ຖືກນໍ້າຖ້ວມຍ້ອນຝົນຕົກຕິດຕໍ່ກັນຫຼາຍວັນອັນໄດ້ເຮັດໃຫ້ລະດັບນໍ້າເຊບັງຫຽງ, ເຊຊັງຊອຍ, ເຊຈໍາພອນ ແລະ ຫ້ວຍນໍ້າລໍາຄອງໄຫຼລົ້ນຝັ່ງ ຂື້ນຖ້ວມເນື້ອທີ່ນາດັ່ງກ່າວ ແລະ ໄຫຼຖ້ວມຫຼາຍບ້ານໂດຍມີກໍາລັງອ້າຍນ້ອງທະຫານພາຍໃນເມືອງລົງຊ່ວຍເຫຼືອເກັບກ່ຽວເຂົ້າ, ເຄື່ອນຍ້າຍສິ່ງຂອງ ແລະ ສັດລ້ຽງຊ່ວຍປະຊາຊົນ.  ຫົວໜ້າ…

ລາວ ສືບຕໍ່ຮ່ວມມືກັບບັນດາອົງການເຄືອຂ່າຍ ສປຊ ແລະ ບັນດາຄູ່ຮ່ວມພັດທະນາ ຢູ່ ສປປ ລາວ

ກະຊວງການຕ່າງປະເທດ ໃນນາມເປັນກອງເລຂາເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ, ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ (ສປຊ) ຢູ່ ສປປ ລາວ, ຈັດກອງປະຊຸມເຜີຍແຜ່ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ(ປພຍ) ຮ່ວມກັບບັນດາອົງການເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ຢູ່ ສປປ ລາວ, ວັນທີ…

ແຂວງໄຊຍະບູລີ ປະຕິບັດໄດ້ພຽງ 185 ໂຄງການ ຈາກທັງໝົດ 362 ໂຄງການ

ພະແນກແຜນການ ແລະ ການລົງທຶນ ແຂວງໄຊຍະບູລີແຈ້ງໃຫ້ຮູ້ວ່າ: ສະເພາະປີ 2020 ນີ້, ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄຊຍະບູລີ ໄດ້ຮັບຮອງອະນຸມັດ ໂຄງການລົງທຶນຂອງລັດ ທັງໝົດ 362 ໂຄງການໃນປີ 2020, ເປັນທຶນ 34,1 ຕື້ກວ່າກີບ,…

ຫວຽດນາມຈະສືບຕໍ່ມອບທຶນການສຶກສາໃຫ້ລາວ 1.100 ທຶນຕໍ່ປີ

ລັດຖະບານລາວ ແລະ ຫວຽດນາມ ຈະສຶບຕໍ່ການຮ່ວມມືກັນທາງດ້ານການ ພັດທະນາການສຶກສາ ແລະ ຊັບພະຍາກອນມະນຸດ ໂດຍຝ່າຍຫວຽດນາມຈະ ມອບທຶນການສຶກສາຈຳນວນ 1.100 ທຶນຕໍ່ປີໃຫ້ນັກສຶກສາລາວ ແລະ ອື່ນໆ. ເນື່ອງໃນໂອກາດທີ່ ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ ທ່ານ ຮອງ ສຈ.…

76 ຄົນເສຍຊີວິດຍ້ອນອຸບັດເຫດໃນເດືອນກັນຍາຜ່ານມາ

ໃນເດືອນກັນຍາຜ່ານມາ, ມີຜູ້ເສຍຊີວິດ 76 ຄົນ ( ຍິງ 23 ຄົນ) ຈາກອຸບັດເຫດບົນທ້ອງຖະໜົນ ເກີດຂຶ້ນທັງໝົດ 497 ກໍລະ­ນີ ໃນທົ່ວປະເທດ ທຽບ­ໃສ່​ເດືອນສິງຫາ ຫຼຸດ​ລົງ 89 ກໍ­ລະ­ນີ ແຕ່ຜູ້​ເສຍ​ຊີ­ວິດ​ເພີ່່ມຂຶ້້້ນ 8 ຄົນ.…