ສະໂມສອນນັກການທູດລາວຈະເປັນເວທີແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງນັກການທູດອາວຸໂສບຳນານ ແລະ ນັກການທູດໜຸ່ມນ້ອຍລາວ

ສະໂມສອນ​ນັກການທູດ​ລາວ ທີ່ສະ​ຖາ​ບັນ​ການ​ຕ່າງປະເທດ ກະຊວງ​ການ​ຕ່າງປະເທດຈະເປັນບ່ອນເຕົ້າໂຮມ​ ແລະ ເປັນເວທີປຶກສາ​ຫາລື, ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ, ຕີລາຄາ​ຕໍ່​ສະພາບ​ການ​ທີ່​ພົ້ນ​ເດັ່ນ​ຢູ່​ໃນ​ພາກ​ພື້ນ ແລະ ສາກົນລະຫວ່າງບັນດາ​ອະດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ບັນດາ​ນັກ​ການ​ທູດ​ລາວ ແລະ ເປັນເວທີແລກປ່ຽນ​ຄວາມ​ຮູ້ ແລະ ປະສົບ​ການ ລະຫວ່າງນັກການທູດ​ອາວຸໂສ​ບຳນານ ແລະ ນັກການ​ ທູດ​ຮຸ່ນ​ໜຸ່ມ​ນ້ອຍກໍຄືພະນັກ ງານ​ກະຊວງ​ການ​ຕ່າງ​ປະ​ເທດ.ນອກຈາກ​ນີ້…

ກົມຄຸ້ມຄອງແຮງງານ ຮ່ວມມືດ້ານວິຊາການ ກັບຫ້ອງການບໍລິການກວດສຸຂະພາບພາຍໃນ ແລະ ຕ່າງປະເທດ

ພິທີເຊັນບົດບັນທຶກການຮ່ວມມືດ້ານວິຊາການ ກ່ຽວກັບການບໍລິການກວດສຸຂະພາບແຮງງານ ແລະ ອື່ຶນໆ ລະຫວ່າງ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບຫ້ອງການບໍລິການກວດສຸຂະພາບພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ, ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2020 ທີ່ຜ່ານມາຢູ່ ນະຄອນຫຼວງວຽງຈັນ. ສໍາລັບບົດບັນທຶກດັ່ງກ່າວ…

ຕາງໜ້າພັກການເມືອງຈຳນວນ 400 ທ່ານ ຈາກ 100 ກວ່າປະເທດໃນໂລກລວມທັງ ສປປ ລາວເຂົ້າຮ່ວມກອງປະຊຸມສໍາມະນາສາກົນທາງໄກຢູ່ແຂວງຟູຈ້ຽນ ສປ ຈີນ

“ການ​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ ແລະ ພາລະ​ໜ້າທີ່​ຂອງ​ພັກ​ການເມືອງ” ຖືກຍົກມາເປັນປະເດັນໃນການສົນທະນາ ແລະ ປຶກສາຫາລື ທີ່ ກອງ​ປະ​ຊຸມ​ສໍາ​ມະ​ນາສາ​ກົນ​ທາງໄກຢູ່ແຂວງ​ຟູ​ຈ້ຽນ ສປ ຈີນ ໃນ​ວັນ​ທີ 12-13 ຕຸລາ 2020 ຊຶ່ງກອງປະຊຸມດັ່ງກ່າວຈັດໂດຍພັກ​ກອມ​ມູ​ນິດ​ຈີນ ໂດຍ​ມີ​ຜູ້ຕາງໜ້າພັກ ​ການເມືອງ​ຈຳນວນ 400 ທ່ານ ຈາກ…

ປະຊາຊົນຢູ່ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງແຂວງ ກຽມຮັບມືກັບພະຍຸນັງກາຫົວທີ 16

ກົມອຸຕຸນິຍົມ ແລະ ອຸທົກກະສາດອອກແຈ້ງການເຕືືອນມື້ວັນທີ 12 ຕຸລາທີ່ຜ່ານມາເຖິງປະຊາຊົນຢູ່ ທຸກພາກຂອງປະເທດກຽມຮັບມືກັບພະຍຸ ນັງກາ (Nangka)  ຫົວທີ 16 ທີ່ຈະເຄື່ອນຂຶ້ນຝັ່ງທາງພາກເໜືອ ຂອງ ສສ ຫວຽດນາມ ໃນວັນທີ 15 ຕຸລາ 2020 ນີ້ ດ້ວຍຄວາມໄວ…

ອັດຕະປື ທຳລາຍຢາເສບຕິດຈຳນວນ ຫຼາຍກວ່າ 54 ກິໂລ

ພະແນກສະກັດກັ້ນ ແລະ ປາບປາມຢາເສບຕິດ ປກສ ແຂວງອັດຕະປື ໄດ້ຈັດພິທີຈູດທໍາລາຍຢາເສບຕິດປະເພດຕ່າງໆຈໍານວນຫຼາຍກວ່າ 54 ກິໂລ ປະກອບ  ມີຢາບ້າ ຈຳນວນ 176. 133 ເມັດ ນ້ຳໜັກຫຼາຍກວ່າ 16 ກິໂລ, ຢາໄອ 38 ຖົງ…

ສອງບໍລິສັດລາວ-ຈີນຮ່ວມມືກັນໃນການລົງທຶນສ້າງໂຮງງານຜະລິດຢາປົວພະຍາດປະເພດຕ່າງໆ ແລະ ອາຫານເສີມຢູ່ລາວ

ບໍລິສັດ IHC ລາວ ແລະ ບໍລິສັດ ໂກເດັນວິດສະດອມ ຮົງກົງ ຈໍາກັດ ໄດ້ຮ່ວມທຶນຈົດທະບຽນພາຍໃຕ້ຊື່ ບໍລິສັດ ໂກເດັນວິດສະດອມ ລາວ ຈໍາກັດ ເພື່ອສ້າງໂຮງງານ ຜະລິດຢາປົວພະຍາດປະເພດຕ່າງໆ ແລະ ອາຫານເສີມ ຢູ່ເຂດພັດທະນາກວມລວມໄຊເຊດຖາ ໂດຍມີມູນຄ່າການລົງທຶນເບື້ອງຕົ້ນປະມານ 100…

ປະຊາຊົນ 6 ແຂວງພາກກາງ ແລະ ພາກໃຕ້ກຽມຮັບມືກັບພະຍຸໝູນເຂດຮ້ອນລິນຟາ

 ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງການເຕືອນດ່ວນໃນຕອນເຊົ້າຂອງມື້ວັນທີ 11 ຕຸລາ 2020 ນີ້ ເຖິງປະຊາຊົນ 6 ແຂວງພາກກາງ ແລະ ພາກໃຕ້ ປະກອບມີແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ແຂວງອັດຕະປື ໃຫ້ກຽມຮັບມືກັບພະຍຸໝູນເຂດຮ້ອນ…

ຢຸດການຄົ້ນຫາພໍ່ຕູ້ພວງຊົ່ວຄາວ

ຄອບຄົວ ລູກຫຼານພໍ່ຕູ້ພວງ, ອ້າຍນ້ອງ ປກສ, ປກຊ ແລະ ທີມງານແຫຼ່ງທ່ອງທ່ຽວນໍ້າປຽນຍໍລະປາ ຢຸດການຄົ້ນຫາພໍ່ຕູ້ພວງຊົ່ວຄາວ ມື້ນີ້ວັນທິດວັນທີ 11 ຕຸລາ 2020, ຫຼັງຈາກໄດ້ຄົ້ນຫາມາແລ້ວ 8 ວັນ ນັບແຕ່ມື້ຫຼົງປ່າແຕ່ວັນທີ 3 ຕຸລາທີ່ຜ່ານມາແຕ່ຍັງບໍ່ພົບ ຊຶ່ງທາງຄອບຄົວຂອງພໍ່ຕູ້ພວງຕັ້ງຄວາມຫວັງໄວ້ພຽງຈາກປະຕິຫານ. ພໍ່ຕູ້…

ການຮັບຮອງເອົາຜົນການອອກແບບຫໍພິພິທະພັນໄດໂນເສົາ ຢູ່ແຂວງສະຫວັນນະເຂດຈະປະກາດໃນທ້າຍເດືອນພະຈິກນີ້

ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສະຫວັນນະເຂດ ຈະຈັດການແຂ່ງຂັນການອອກແບບຫໍພິພິທະພັນໄດໂນເສົາ ແລະ ການຕົບແຕ່ງຕຶກຫໍພິພິທະພັນ ເພື່ອກຽມຄັດເລືອກເອົາແບບທີ່ຈະມາປັບປຸງ ແລະ ຕົບແຕ່ງຫໍພິພິທະພັນດັ່ງກ່າວໃນອະນາຄົດ. ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສະຫວັນນະເຂດໄດ້ອອກແຈ້ງການເຖິງບໍລິສັດກໍ່ສ້າງເຄຫາສະຖານຕ່າງໆ ທີ່ມີຄວາມສົນໃຈກ່ຽວກັບການແຂ່ງຂັນດັ່ງກ່າວ ເມື່ອ ບໍ່ດົນມານີ້ ຊຶ່ງລາງວັນຊະນະເລີດອັນດັບທີ 1 ຈະໄດ້ຮັບເງິນສົດ…

ຄອບຄົວທ່ານ ສີລາ ວຽງແກ້ວ ຊ່ວຍເຫຼືອອຸປະກອນການແພດໃຫ້ພະແນກ ສາທາລະນະສຸກແຂວງອັດຕະປື

ຄອບຄົວທ່ານ ສີລາ ວຽງແກ້ວ ອະດີດ ຮອງລັດຖະມົນຕີ ກະຊວງການເງິນໄດ້ຊ່ວຍອຸປະກອນການແພດໃຫ້ພະແນກສາທາລະນະສຸກແຂວງກໍ່ຄືໂຮງໜໍ ແຂວງ ອັດຕະປື ເຊິ່ງປະກອບມີ ຜ້າປູຕຽງ, ຜ້າປູ 100 ຜືນ ແລະ ເຄື່ອງອື່ນໆຄົບຊຸດ ລວມມູນຄ່າທັງໝົດ 18 ລ້ານກີບ. ພິທີມອບ-ຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 9…