ຍັງມີຮ້ານບັນເທີງ ແລະ ຮ້ານຄາຣາໂອເກະ ເປີດບໍລິການ ທີ່ບໍ່ປະຕິບັດຕາມ ຄໍາສັ່ງຂອງລັດຖະບານ

ຍັງມີຮ້ານບັນເທີງ ແລະ ຮ້ານຄາຣາໂອເກະ ຫຼາຍແຫ່ງຢູ່ນະຄອນຫລວງວຽງຈັນທີ່ຍັງເປີດບໍລິການຊຶ່ງຂັດ ກັບແຈ້ງການຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທີ່ສັ່ງໃຫ້ສືບຕໍ່ປິດບັນດາຮ້ານ ດັ່ງກ່າວເພື່ອ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19. ປະຊາຊົນບ້ານດົງຄໍາຊ້າງ (ບໍ່ປະສົງອອກນາມ) ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ໄດ້ກ່າວກ່ຽວກັບ…

ນໍ້າເຊບັງຫຽງຍັງສືບຕໍ່ຍຶ່ງຂຶ້ນຖ້ວມ 21 ບ້ານຂອງເມືອງສອງຄອນ

ສະພາບນ້ຳຖວ້ມຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ, ນັບແຕ່ວັນທີ 17 ຕຸລາ ມາຮອດປະຈຸບັນ, ນ້ຳເຊບັງຫຽງຍັງສືບຕໍ່ເພີ່ມຂຶ້ນເຊິ່ງນ້ຳໄດ້ ລົ້ນຝັ່ງ ແລະ ໄຫຼເຂົ້າຖ້ວມເຮືອນຊານຂອງປະຊາຊົນ ໃນຫຼາຍພື້ນທີ່ໂດຍສະເພາະໃນເຂດພື້ນທີ່ຕ່ຳ ລວມມີທັງໝົດ 21 ບ້ານ, 2.327 ຄອບຄົວ, ພົນລະເມືອງ 13.455 ຄົນ, ເນື້ອທີ່ນາຖືກຖ້ວມ…

ກອຍກາ ໃຫ້ການຊ່ວຍເຫຼືອລ້າ 11 ລ້ານໂດລາສະຫະລັດ ສໍາລັບໂຄງການສ້າງລະບົບຄຸ້ມຄອງນໍ້າງື່ມ

ອົງການຮ່ວມມືສາກົນເກົາຫຼີ (ກອຍກາ ) ໄດ້ຕົກລົງໃຫ້ການຊ່ວຍເຫຼືອລ້າ 11 ລ້ານໂດລາສະຫະລັດ ສຳລັບໂຄງການ ສ້າງລະບົບຄຸ້ມຄອງນ້ຳ ທີ່ມີປະສິດທິຜົນ ແລະ ເສີມຂະຫຍາຍຄວາມພ້ອມໃນການຮັບມືກັບໄພພິບັດ ຂອງນໍ້າງື່ມ, ຊຶ່ງໂຄງການດັ່ງກ່າວ ຈະດຳເນີນການແຕ່ປີ 2020-2025. ອົງການກອຍກາ ໄດ້ຈັດຕັ້ງປະຕິບັດໂຄງການ ສ້າງແຜນແມ່ບົດ ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແບບປະສົມປະສານ ຂອງນ້ຳງື່ມ…

ທີມແພດໝໍ ແຂວງສະຫວັນນະເຂດ ເຝົ້າລະວັງພະຍາດລະບາດທີ່ອາດຈະເກີດຈາກຜູ້ປະສົບໄພນໍ້າຖ້ວມ

ພະແນກສາທາລະນະສຸກ ແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ໄດ້ພົບພະຍາດຖອກທ້ອງ, ພະຍາດ​ຜິວໜັງ (ຕີນ​ເປື່ອຍ), ພະຍາດ​ຕາແດງ ແລະ ອາການຄ້າຍຄືໄຂ້ຫວັດທີ່ເກີດຈາກຜູ້ປະສົບ ໄພນໍ້າຖ້ວມ ຢູ່ 8 ເມືອງຂອງ ແຂວງສະຫວັນນະເຂດ. ຮອງພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ທ່ານ ປອ. ດຣ ຕຽງຄໍາ ປ້ອງວົງສາ…

ລັດຖະມົນຕີ ຖວທ ເຂົ້າຮ່ວມ ກອງປະຊຸມທາງໄກຫາລືທິດທາງໃນຂົງເຂດ ວັດທະນະທຳ ແລະ ສິລະປະ ຈາກຜົນກະທົບໂຄວິດ-19

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ (ຖວທ),​ ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ,​ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີ ຮັບຜິດຊອບວຽກງານວັດທະນະທຳ ແລະ ສິລະປະ ອາຊຽນ ຄັ້ງທີ…

ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ເນັ້ນສະເພາະພິທີທາງສາດສະໜາ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີແຈ້ງໃຫ້ຮູ້ວ່າ: ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ນີ້, ຈະເນັ້ນສະເພາະພິທີທາງສາດສະໜາ ເຊັ່ນ: ກາບໄຫ້ວ, ແຫ່ຜາສາດເຜິ້ງ, ພິທີແຫ່ລູກຄີ ແລະ ແຂ່ງຂັນປະເພນີຕີຄີ ແລະ ພິທີຕັກບາດໃນຕອນເຊົ້າຊຶ່ງໃຫ້ຈັດຢູ່ສະ ເພາະແຕ່ເດີ່ນສະໜາມຫຼວງ ແລະ ຈະອະນຸຍາດໃຫ້ພຽງແຕ່ຮ້ານຂາຍອາຫານ, ຮ້ານເຂົ້າຫຼາມ-ປິ້ງໄກ່, ຮ້ານຂາຍເຄື່ອງດື່ມ (ທີ່ບໍ່ມີທາດເຫຼົ້າ),…

ກະຊວງ ຖວທ ລະດົມເຄື່ອງອຸປະໂພກ ແລະ ບໍລິໂພກເພື່ອຊ່ວຍຜູ້ປະສົບໄພນໍ້າ ຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ອອກແຈ້ງການເມື່ອວັນທີ 21 ຕຸລາ ທີ່ຜ່ານມາ ເຖິງບັນດາພາກສ່ວນທີ່ກ່ຽວຂ້ອງ ກະຊວງ ຖວທ ໃນການປຸກລະດົມ ຫຼື ປະກອບສ່ວນ ເຄື່ອງອຸປະໂພກ ແລະ ບໍລິໂພກ ເຊັ່ນ: ເຂົ້າສານ,…

ນໍ້າຍັງສືບຕໍ່ຍຶ່ງຂຶ້ນຖ້ວມບ້ານ, ເນື້ອທີ່ນາ ແລະ ສວນ ຂອງປະຊາຊົນເມືອງຈຳພອນ ແລະ ເມືອງສອງຄອນ

ພະແນກແຮງງານສະຫວັດດີການ ແລະ ສັງຄົມ ແຂວງສະຫວັນນະເຂດ ໄດ້ແຈ້ງຕໍ່ທີມງານວຽງຈັນທາຍ ໃນຕອນເຊົ້າວັນທີ 21 ຕຸລາ 2020 ກ່ຽວກັບສະພາບນໍ້າຖ້ວມຢູ່ແຂວງສະຫວັນນະເຂດວ່າ: ປັດຈຸບັນນີ້ ບາງເມືອງນໍ້າໄດ້ບົກແຫ້ງລົງແດ່ແລ້ວແຕ່ຍັງບໍ່ປົກກະຕິ, ແຕ່ຍັງມີ 2 ເມືອງຈາກ 8 ເມືອງທີ່ຖືກນໍ້າຖ້ວມພາຍໃນແຂວງ ຄື: ເມືອງສອງຄອນ ແລະ…

ລາວຈະນໍາໃຊ້ພາຫະນະທີ່ແລ່ນດ້ວຍກະແສໄຟຟ້າເພື່ອທົດແທນ ພາຫະນະທີ່ແລ່ນດ້ວຍນໍ້າມັນ

ລັດຖະບານລາວ ຕາງໜ້າໂດຍ ລັດວິສາຫະກິດໄຟຟ້າລາວ ຮ່ວມມືກັບບໍລິສັດ ກຸ່ມບໍລິສັດວິທະຍາສາດ-ເຕັກໂນໂລຊີ GEELY ແລະ ກຸ່ມບໍລິສັດກິດຕິພົງ ເພື່ອພັດທະນາ ແລະ ນໍາໃຊ້ພາຫະນະທີ່ແລ່ນດ້ວຍໄຟຟ້າເພື່ອທົດແທນພາຫະນະທີ່ແລ່ນດ້ວຍນໍ້າມັນເຊື້ອໄຟ (ປະເພດລົດເມ- ລົດໂດຍສານ) ເພື່ອເປັນການຫຼຸດຜ່ອນມົນລະພິດທາງອາກາດ ຊຶ່ງຈະມີການເລີ່ມທົດລອງນໍາໃຊ້ໃນປີ 2021 ທີ່ຈະມາເຖິງນີ້. ພິທີເຊັນສັນຍາການຮ່ວມມືດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ຕຸລາ…

ພຽງ 6 ປີ, ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ

ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໂດດເດັ່ນໃນການຫຼຸດຜ່ອນຄວາມທຸກຍາກໃນໄລຍະເວລາ 25 ປີຜ່ານມາ, ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ, ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019, ຂໍ້ມູນດັ່ງກ່າວ ໄດ້ຖືກລາຍງານຢູ່ ກອງປະຊຸມ ເຜີຍແຜ່ບົດລາຍງານ ຄວາມທຸກຍາກຂອງ ສປປ…