ສູນຕ້ານເອດ ແລະ ພຕພ ກຽມສຳຫຼວດອັດຕາການຕິດເຊື້ອ ເຮສໄອວີ ໃນກຸ່ມສາວບໍລິການ

ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ (ພຕພ), ກະຊວງສາທາລະນະສຸກ ກຽມສຳຫຼວດອັດຕາການຕິດເຊື້ອ ເຮສໄອວີ ໃນກຸ່ມສ່ຽງ ໂດຍສະເພາະສາວບໍລິການ ຢູ່ຮ້ານກິນດື່ມ, ຮ້ານອາຫານ, ບັນເທີງຕ່າງໆໃນຂອບເຂດທົ່ວປະເທດ. ສູນຕ້ານເອດ ແລະ ພຕພ ໄດ້ຈັດກອງປະຊຸມວາງແຜນ ແລະ ປຶກສາຫາລືກ່ຽວກັບການກະກຽມດັ່ງກ່າວ ເປັນເວລາ 4…

ເຄຶ່ອງບົ່ງມະຕິພະຍາດໄວຣັດຕັບອັກເສບ B ຈໍານວນ 120.000 ຊຸດ ກຽມແຈກຢາຍໃຫ້ແກ່ບັນດາສູນສຸຂະພາບ ໃນທົ່ວປະເທດ

ມູນນິທິເມຣິເອີປະເທດຝຣັ່ງມອບເຄຶ່ອງບົ່ງມະຕິພະຍາດໄວຣັດຕັບອັກເສບ B ຈໍານວນ 120.000 ຊຸດໃຫ້ກະຊວງສາທາລະນະສຸກ, ຊຶ່ງເຄຶ່ອງດັ່ງກ່າວ ກະຊວງສາທາລະນະສຸກ ແມ່ນໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າເພື່ອການພັດທະນາຂອງປະເທດຝຣັ່ງ (IRD) ປະຈຳລາວ ເປັນຜູ້ຮັບຜິດຊອບໃນການແຈກຢາຍຊຸດເຄື່ອງມືດັ່ງກ່າວໃຫ້ແກ່ບັນດາສູນສຸຂະພາບ ແລະ ບໍລິຈາກເລືອດໃນທົ່ວປະເທດ. ພິທີມອບຮັບເຄື່ອງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ ຜ່ານມາ ທີ່ເຮືອນພັກຂອງທ່ານເອກອັກຄະລັດຖະທູດຝຣັ່ງປະຈຳລາວ, ລະຫວ່າງ…

ຈະນໍາໃຊ້ເຈົ້າໜ້າທີ່ຫຼາຍກວ່າ 800 ຄົນເພື່ອປ້ອງກັນຄວາມສະຫງົບໃນງານບຸນຊ່ວງເຮືອທີ່ທ່າວັດຈັນ

ອໍານາດການປົກຄອງເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ ກຽມພ້ອມກໍາລັງປ້ອງກັນຄວາມສະຫງົບ ທັງໝົດ 800 ກວ່າຄົນ, ໃນນີ້ ກໍາລັງຊາວໜຸ່ມ 300 ກວ່າຄົນ ພ້ອມທັງກໍາລັງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ແລະ ປ້ອງກັນຊາດ ເມືອງຈັນທະບູລີ, ກໍາລັງປ້ອງກັນຄວາມສະຫງົບ ບ້ານ 30 ບ້ານ…

7 ວັນຕໍ່ໄປນີ້ຈະບໍ່ມີຝົນ ຕົກໜັກໃນຂອບເຂດທົ່ວປະເທດ

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງການມື້ວານນີ້ ກ່ຽວກັບການຄາດຄະເນສະພາບ ດິນຟ້າອາກາດໃນຂອບເຂດທົ່ວປະເທດ ໃນໄລຍະ 7 ວັນຕໍ່ໄປນີ້, ນັບແຕ່ວັນທີ 29 ກັນຍາ ຫາ 5 ຕຸລາ 2020: ທົ່ວທຸກພາກຂອງປະເທດຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ພ້ອມທັງມີຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ເປັນຕົ້ນຢູ່…

14 ຂໍ້ຫ້າມໃນງານບຸນຊ່ວງເຮືອທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປີນີ້

ອໍານາດການປົກຄອງເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ ຊຶ່ງເປັນເຈົ້າພາບໃນການຈັດງານ ບຸນຊ່ວງເຮືອໄດ້ອອກຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນເນື່ອງໃນໂອກາດບຸນອອກພັນ ສາ ປະວໍລະນາ ປະຈໍາປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ທີ່ຈະມາເຖິງນີ້ ເພື່ອ ຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ…

ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມີເຕັດ ເປີດນໍາໃຊ້ໂຮງງານຫຼອມຄຳຄືນໃໝ່

 ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມີເຕັດ ໄດ້ຈັດພິທີເປີດໂຮງງານຫຼອມຄຳຄືນໃໝ່ ຂອງໂຄງການຂຸດຄົ້ນ, ປຸງແຕ່ງຄຳ-ທອງ ເຊໂປນ ເມື່ອບໍ່ດົນມານີ້ ຢູ່ໂຄງການຂຸດຄົ້ນ, ປຸງແຕງ ຄຳ-ທອງ ເຊໂປນ ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່…

ສປປ ລາວ ແລະ ສ.ເຢຍລະມັນ ສືບຕໍ່ຮ່ວມມືພາຍໃຕ້ໂຄງການ ຮ່ວມມືເພື່ອການພັດທະນາລະຫວ່າງ ສອງປະເທດ

ສໍາລັບປີ 2020 ລັດຖະບານ ສ. ເຢຍລະມັນ ໃຫ້ການສະໜັບສະໜູນ ເປັນມູນຄ່າ ທັງໝົດ 26.5 ລ້ານເອີໂຣ ໃຫ້ແກ່ໂຄງການຮ່ວມມືເພື່ອການ ພັດທະນາລະຫວ່າງ ສປປ ລາວ ແລະ ສ. ເຢຍລະມັນ.  ບົດລາຍງານ ໄດ້ ຖືກລາຍງານໃນກອງປະຊຸມເຈລະຈາການຮ່ວມມື…

ເສັ້ນທາງ 21 ເສັ້ນ ໃນນະຄອນຫຼວງວຽງຈັນໄດ້ຮັບການປັບປຸງບໍາລຸງຮັກສາໄຟອໍານາດ ແລະ ປ່ຽນດອກໄຟເຍືອງທາງ

ພະນັກງານວິຊາການ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ລັດວິສາຫະ ກິດໄຟຟ້າລາວ ສົມທົບກັບ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ລົງເຄື່ອນໄຫວ ເມື່ອບໍ່ດົນມານີ້ ກ່ຽວກັບການປັບປຸງບໍາລຸງຮັກສາໄຟອໍານາດ ແລະ ປ່ຽນດອກໄຟເຍືອງທາງ 21 ເສັ້ນ ໃນນະຄອນຫຼວງວຽງຈັນ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ຂອງ ອົງຄະນະພັກນະຄອນຫຼວງວຽງຈັນ…

ການນໍາ ແລະ ພະນັກງານກະຊວງ ຮສສ ສ້າງຂະບວນການບໍລິຈາກເລືອດ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍ ຄັ້ງທີ VI

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທ່ານ ຄຳແພງ ໄຊສົມແພງ ໄດ້ນຳພາພະນັກງານ-ລັດຖະກອນ ທົ່ວກະຊວງ ຮສສ ເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍ ຄັ້ງທີ VI ຂອງອົງຄະນະພັກ ກະຊວງ ຮສສ ທີ່ຈະໄຂຂຶ້ນໃນໄວໆນີ້ ແລະ…

ກອງປະຊຸມໃຫ່ຍອົງຄະນະພັກແຂວງບໍລິຄຳໄຊຄັ້ງທີ VII ເລືອກຕັ້ງເອົາ ສະຫາຍ ກອງແກ້ວ ໄຊສົງຄາມ ເປັນເລຂາຄະນະບໍລິຫານງານພັກແຂວງ

ສະຫາຍ ກອງແກ້ວ ໄຊສົງຄາມໄດ້ຖືກເລືອກເປັນເລຂາຄະນະບໍລິຫານງານພັກແຂວງບໍລິຄໍາໄຊຊຸດໃໝ່  ທີ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງບໍລິຄໍາໄຊ ຄັ້ງທີ VII ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-25 ກັນຍາທີ່ຜ່ານມາ ທີ່ຫ້ອງວ່າການແຂວງບໍລິຄໍາໄຊ ໂດຍເຂົ້າຮ່ວມຂອງ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ສະຫາຍ…