ເປີດນໍາໃຊ້ຫໍວາງສະແດງມູນເຊື້ອເພື່ອສົ່ງເສີມການທ່ອງທ່ຽວຢູ່ແຂວງບໍ່ແກ້ວ
ອໍານາດການປົກຄອງ ແຂວງບໍ່ແກ້ວໄດ້ຈັດພິທີເປີດນຳໃຊ້ຫໍວາງສະແດງມູນເຊື້ອຂອງແຂວງ ເມື່ອບໍ່ດົນມານີ້ ໂດຍມີ ເຈົ້າແຂວງບໍ່ແກ້ວ ທ່ານ ບົວຄົງ ນາມມະວົງ ພ້ອມດ້ວຍການນໍາຂອງແຂວງ ແລະ ພະນັກງານສະມາຊິກພັກ-ລັດຖະກອນພະແນກ ຖວທ ແຂວງ ເຂົ້າຮ່ວມ. ການເປີດນຳໃຊ້ຫໍວາງສະແດງມູນເຊື້ອດັ່ງກ່າວນີ້ ເພື່ອເປັນການສົ່ງເສີມການທ່ອງທ່ຽວພາຍໃນແຂວງ ທັງເປັນການອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍວັດຖຸພັນໃຫ້ຄົນຮຸ່ນຫຼັງໄດ້ສຶກສາຄົ້ນຄວ້າກ່ຽວກັບ…

