ທລຍ ສ້າງເສັ້ນທາງເພື່ອປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນເຜົ່າມົ້ງ, ເຜົ່າລາວ ແລະ ເຜົ່າກຶມມຸ ຢູ່ ບ້ານຫ້ວຍເຮ້ຍ ເມືອງໂພນທອງ
ກອງທຶນຫຼຸດຜ່ອນຄວາມທຸກຍາກ ປະຈໍາຢູ່ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ສ້ອມແປງ ແລະ ສ້າງເສັ້ນທາງໄປສູ່ເຂດຜະລິດບ້ານຫ້ວຍເຮ້ຍ ກຸ່ມທອງສີ ຊຶ່ງເປັນບ້ານ ເຜົ່າມົ້ງ, ເຜົ່າລາວ ແລະ ເຜົ່າກຶມມຸ ເພື່ອສົ່ງເສີມການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ຫຼຸດພົ້ນ ອອກຈາກຄວາມທຸກຍາກເທື່ອລະກ້າວ ຊຶ່ງປະກອບມີ 61 ຄອບຄົວ, ມີພົນລະເມືອງທັງໝົດ…

