ນະຄອນຫຼວງວຽງຈັນມີຄວາມຕ້ອງການໃຊ້ ເລືອດຫຼາຍກວ່າ 150 ຖົງຕໍ່ມື້ເພື່ອປິ່ນປົວຄົນເຈັບ
ສູນບໍລິຈາກເລືອດແຫ່ງຊາດອົງການກາແດງລາວ ຍັງບໍ່ສາມາດສະໜອງເລືອດໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມໂດຍສະເພາະ ເພື່ອໃຊ້ເຂົ້າໃນການຮັກສາຄົນເຈັບຕ່າງໆບໍ່ ວ່າຈະເປັນພະຍາດໄຂ້ເລືອດອອກ, ພະຍາດຫົວໃຈ, ອຸປະຕິເຫດ ແລະ ພະຍາດອື່ນໆທີ່ຕ້ອງການໃຊ້ເລືອດຊຶ່ງມີຄວາມຕ້ອງການໃຊ້ ຫຼາຍກວ່າ 150 ຖົງ/ມື້. ຫົວໜ້າສູນບໍລິຈາກເລືອດແຫ່ງຊາດອົງການກາແດງລາວ ທ່ານ ດຣ ຈັນທະລາ ສຸກສາຄອນ ໄດ້ກ່າວໃນພິທີເປີດກິດຈະກຳບໍລິຈາກເລືອດທີ່ໄດ້ຈັດຂຶ້ນມື້ເຊົ້ານີ້ທີ່ສູນການຄ້າລາວ- ໄອເຕັກ ວ່າ: ການບໍລິຈາກເລືອດໃນຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍເນື່ອງຈາກການລະບາດ…

