ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເປັນເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບອີກໜຶ່ງສະໄໝ

ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຊຸດ​ໃໝ່ ຈຳນວນ 27 ສະຫາຍ ໃນ​ຈຳນວນ​ຜູ້​ລົງ​ສະໝັກ 31 ສະຫາຍ, ໄດ້ມີການເລືອກ​ຕັ້ງທີ່ກອງປະຊຸມໃຫ່ຍຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ກະຊວງ​ປ້ອງ​ກັນ​ຄວາມສະ ຫງົບ (ປກ​ສ) ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍເປັນ​ປະທານ​ຂອງ ​ເລຂາ ທິການ​ສູນ​ກາງ​ພັກ, ເລຂາ​ຄະນະພັກ​ກະຊວງ, ລັດຖະມົນຕີ​ກະຊວງ…

ການລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກຍັງສືບຕໍ່ເພີ່ມຂຶ້ນ

ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຄຸມເຂັ້ມກ່ຽວກັບການປ້ອງກັນພະຍາດໂຄວິດ-19 ຢູ່ແຕ່ລະຈຸດຂອງປະເທດລາວໂດຍສະເພາະການ ກວດກາຄົນເຂົ້າ-ອອກ ຢູ່ດ່ານຕ່າງໆທີ່ຍັງອະນຸຍາດໃຫ້ເປີດຢູ່ ໂດຍສະເພາະຢູ່ດ່ານສາກົນຕ່າງໆ ໂດຍມີການແທກອຸນຫະພູມຮ່າງກາຍ ທຸກໆຄົນທີ່ເຂົ້າ-ອອກ ແລະ ໄດ້ເກັບຕົວຢ່າງມາກວດ ແລ້ວນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກ່ວາຈະຄົບກຳນົດ 14 ວັນ. ສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ ຍັງໝ້າເປັນຫ່ວງ, ອິງຕາມແຈ້ງການຂອງ…

ລັດປັບລາຄາຊີ້ນໝູຂາຍຍ່ອຍປະເພດ 1 ແລະ 2 ຂຶ້ນຕື່ມອີກ

ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງໄດ້ ແຈ້ງການຂຶ້ນລາຄາຊິ້ນໝູທຸກປະເພດປະມານ 3000-4000 ກີບເມື່ອບໍ່ດົນມານີ້ ເຖິງຫົວໜ້າຫ້ອງ ການອຸດ ສາຫະກໍາ ແລະ ການຄ້າ 9 ຕົວເມືອງ, ຫົວໜ່ວຍທຸລະກິດຕະຫຼາດ, ບັນດາຟາມລ້ຽງໝູ, ຜູ້ປະກອບການຊື້ສັດ-ຂາຍຊີ້ນ (ນາຍຮ້ອຍ), ຜູ້ຈໍາໜ່າຍຊີ້ນໝູໃນຕະຫຼາດ ໃຫ້ປັບຂຶ້ນລາຄາຊີ້ນໝູທຸກປະເພດນັບແຕ່ວັນທີ 15…

ຄົນລາວ 47 ຄົນໄດ້ເຂົ້າຮ່ວມການຝຶກອົບຮົມສາກົນ ກ່ຽວກັບນໍ້າປະປາ ແລະ ສຸຂາພິບານຕົວເມືອງ ແບບຍືນຍົງ ແລະ ຮອບດ້ານ ITP SUWAS

ຄົນລາວຈຳນວນ 47 ຄົນໄດ້ເຂົ້າຮ່ວມການຝຶກອົບຮົມສາກົນ ເລື່ອງນໍ້າປະປາ ແລະ ສຸຂາພິບານຕົວເມືອງ ແບບຍືນຍົງ ແລະ ຮອບດ້ານ ITP SUWAS ນັບແຕ່ປີ 2016-2020 ພາຍໃຕ້ໂຄງການຮ່ວມມືລະຫວ່າງ ອົງການຊີດາ ແລະ ບໍລິສັດ NIRAS. ໃນຈໍານວນ 47…

ວັນຊາປະນະກິດສົບອະດີດລັດຖະມົນຕີກະຊວງພາຍໃນຈະໄດ້ຈັດຂຶ້ນໃນວັນເສົາວັນທີ 19 ກັນຍານີ້

ຄະນະບໍລິຫານງານສູນກາງພັກ, ຄະນະຊາປະນະກິດສົົບ ແລະ ຄອບຄົວສູນວິເລີດ ແຈ້ງໃຫ້ຮູ້ວ່າ:  ວັນຊາປະນະກິດສົບ ອະດີດລັດຖະມົນຕີກະຊວງພາຍໃນ ສະຫາຍ ຄໍາໝັ້ນ ສູນວິເລີດ ຈະໄດ້ຈັດຂຶ້ນໃນວັນເສົາວັນທີ 19 ກັນຍາ 2020 ທີ່ຈະມາເຖິງນີ້ ທີ່ວັດເທບນິມິດ (ວັດທາດຝຸ່ນ) ໃນເວລາ 13 ໂມງ…

ງານ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ ຄັ້ງ​ທີ 11 ຖືກໂຈະຈົນຮອດ ປີໜ້າ

ລັດຖະບານລາວ ໄດ້ແນະນຳ ອຳນາດການປົກຄອງແຂວງຊຽງຂວາງ ວ່າ: ຈະມີການເລື່ອນເວລາຈັດງານມະຫາກຳ ກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງ ເກມ ຈົນຮອດປີ 2021, ພາຍຫຼັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຢູ່ລາວ ຊຶ່ງເປັນຄົນທີ 23 ໃນວັນທີ 10 ກັນຍາ ທີ່ຜ່ານມານີ້,…

ການຜັນຂະຫຍາຍ ຜົນກອງປະຊຸມສຸດຍອດອາຊຽນບວກສາມ ກ່ຽວກັບ ການແຜ່ລະບາດພະຍາດໂຄວິດ-19

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ, ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມອາຊຽນບວກສາມ (ອາຊຽນ ບວກ ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ), ແບບທາງໄກ, ຫວ່າງບໍ່ດົນຜ່ານມານີ້ ທີ່ ກະຊວງການ ຕ່າງປະເທດ,…

ສວນອາຫານວັງລາວດາວຄໍາຈະເປີດບໍລິການຢ່າງເປັນທາງການໃນວັກສຸກນີ້

ສວນອາຫານວັງລາວດາວຄໍາ ທີ່ຕັ້ງຢູ່ບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈະເປີດບໍລິການຢ່າງເປັນທາງການໃນວັນສຸກວັນທີ 18 ກັນຍາ 2020 ທີ່ຈະມາເຖິງນີ້ ເພື່ອເປັນການສົ່ງເສີມ ລາວທ່ຽວລາວ ຫຼັງຈາກທີ່ເລີ່ມລົງມືກໍ່ສ້າງນັບແຕ່ປີ 2017 ເປັນຕົ້ນມາ ໃນເນື້ອທີ່ 6 ເຮັກຕາ. ສວນອາຫານແຫ່ງນີ້ໄດ້ອອກແບບ ແລະ ຕົບແຕ່ງເນັ້ນເອກກະລັກແບບລາວໆ…

ອົງການອາຫານໂລກ ມອບສາງເຄື່ອນທີ່ໃຫ້ 4 ແຂວງຂອງລາວເພື່ອບັນຈຸອາຫານ ແລະ ເຄື່ອງບັນເທົາທຸກກໍລະນີເກີດໄພພິບັດ

 ອົງການອາຫານໂລກປະຈໍາ ສປປ ລາວ ໄດ້ມອບ ສາງເຄື່ອນທີ່ຈຳນວນ 4 ຊຸດ ຊຶ່ງມີມູນຄ່າ 59.600 ໂດລາສະຫະລັດ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໃຊ້ເຂົ້າໃນການບັນຈຸສະບຽງອາຫານ ແລະ ເຄື່ອງບັນເທົາທຸກ ເພື່ອໄປແຈກຍາຍໃຫ້ 4 ແຂວງລວມມີ: ແຂວງໄຊຍະບູລີ,…

ມອບ-ຮັບອາຄານຮຽນຫຼັງໃໝ່ ທີ່ຊ່ວຍທຶນສ້າງຈາກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄອບຄົວ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ປອ ຄຳແພງ ໄຊສົມແພງ ພ້ອມດ້ວຍຄອບຄົວ ໃຫ້ທຶນ ລວມມູນຄ່າ 243 ລ້ານກວ່າກີບ ໃນການກໍ່ສ້າງອາຄານຮຽນຫຼັງໃໝ່ພ້ອມດ້ວຍໂຕະ, ຕັ່ງ, ກະດານຄົບຊຸດ ຢູ່ທີ່ໂຮງຮຽນປະຖົມສົມບູນ ບ້ານພອນໄຊ ນະຄອນຫຼວງພະບາງ. ພິທີ ມອບ-ຮັບອາຄານຮຽນຫຼັງໃໝ່ດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້…