ລັດແຈ້ງປັບຂຶ້ນລາຄານໍ້າມັນແອັດຊັງ ແຕ່ນໍ້າມັນກາຊວນ ປັບລົງ ເລີ່ມມື້ອື່ນ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການມື້ນີ້ວັນທີ 01 ຕຸລາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດໃຫ້ປັບລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ: ໃຫ້ປັບຂຶ້ນນ້ຳມັນແອັດຊັງພິເສດ 150 ກີບຕໍ່ລິດ ແລະ ປັບຂຶ້ນນໍ້າມັນແອັດຊັງທຳມະດາ 100 ກີບຕໍ່ລິດ,…

ປະຊາຊົນ 6 ປະເທດໄດ້ຮັບຜົນປະ ໂຫຍດຮ່ວມກັນຈາກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

ຕາມຂໍ້ມູນຈາກສະຖານທູດຈີນ ໃຫ້ຮູ້ວ່າ:  ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄຫຼ​ຜ່ານ​ຈີນ, ລາວ, ມຽນ​ມາ, ໄທ, ກຳ​ປູ​ເຈຍ ​ແລະ​ ຫວຽດ​ນາມ ຊຶ່ງຖືວ່າ ປະ​ຊາ​ຊົນ 6 ປະ​ເທດດັ່ງກ່າວນີ້ ໄດ້ຮັບ ຜົນປະໂຫຍດຮ່ວມກັນ ​ແລະ ​​ຮ່ວມຊາ​ຕາ​ກຳ​ນຳ​ກັນ, ຮ່ວມ​​ສ້າງວັດ​ທະ​ນະ​ທຳ​, ຮ່ວມສ້າງ ​ບ້ານ​ເມືອງ​ທີ່​ດີ​ງາມ,…

ລັດເຫັນດີເປີດການທ່ອງທ່ຽວເປັນກຸ່ມ ເປີດຖ້ຽວບິນເໝົາລໍາ ພ້ອມທັງ ສືບຕໍ່ປະຕິບັດບັນດາມາດຕະການຕ້ານພະຍາດ ໂຄວິດ-19 ອອກໄປອີກ 1 ເດືອນ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການວັນທີ 30 ກັນຍາ ຜ່ານມານີ້ ວ່າ: ອະນຸຍາດໃຫ້ເປີດການທ່ອງທ່ຽວເປັນກຸ່ມ, ເປີດຖ້ຽວບິນເໝົາລໍາ, ຈັດງານບຸນອອກພັນສາ ປະວໍລະນາ ປະຈໍາປີ 2020 ພ້ອມທັງ ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ,ຄວບຄຸມ, ສະກັດກັ້ນ ແລະ  ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄປອີກ…

ຈີນຊ່ວຍລາວຫຼາຍດ້ານກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳ

ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳລະ​ຫ່ວາງ​ລາວ-ຈີນ ໄດ້ປະກອບ​ສ່ວນ​ອັນ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ຊຶ່ງເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ທີ່​ຈີນໄດ້​ລົງ​ທຶນ​ກໍ່​ສ້າງ ຢູ່ ສປປ ລາວ ​ເຊັ່ນ: ​ເຂື່ອນ​ໄຟ​ຟ້າ​ນ້ຳ​ງື່ມ 5, ເຂື່ອນ​ໄຟ​ຟ້າ​ນ້ຳ​ອູ​ແບບ​ຂັ້ນ​ໄດ​ເປັນ​ຕົ້ນ ​ໄດ້​ເຮັດ​ໃຫ້​ພາກ​ເໜືອຂອງ ​ລາວ​ໄດ້​ມີ​ໄຟຟ້າ ແລະ ນໍ້າເພື່ອ ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ພຽງ​ພໍ​, ຈີນຍັງໄດ້ຊ່ວຍ​ເຫຼືອລາວ​ ໃນ​ການ ກໍ່ສ້າງສູນ​ຂໍ້ມູນ ຊັບພະຍາກອນນໍ້າແຫ່ງຊາດລາວ,…

ໄທ ຊ່ວຍເຄື່ອງກວດຫາເຊື້ອໂຄວິດ-19 ແບບຄວາມດັນບວກ ຈຳນວນ 4 ເຄື່ອງໃຫ້ແກ່ລາວ

ຣາຊະອານາຈັກໄທ ມອບເຄື່ອງກວດຫາເຊື້ອໂຄວິດ-19 ແບບຄວາມດັນບວກ ຈຳນວນ 4 ເຄື່ອງ ແລະ ເຄື່ອງກວດອຸນນະພູມອັດຕະໂນມັດ ຈຳນວນ 4 ເຄື່ອງໃຫ້ແກ່ ສປປ ລາວ, ຊຶ່ງເຄື່ອງດັ່ງກ່າວແມ່ນເປັນນະວັດຕະກຳເຕັກໂນໂລຊີ ຂອງສະຖາບັນພຣະຈອມກ້າວເຈົ້າຄຸນທະຫານລາດກະບັງ. ເອກອັກຄະລັດຖະທູດລາວ ປະຈຳຣາຊະອານາຈັກໄທ, ທ່ານ ແສງ ສຸຂະທິວົງ…

ລົດບັນທຸກໝູປີ້ນ ຢູ່ເສັ້ນທາງພູເກົ້າຫຼັກ ເສຍຊີວິດ 2 ຄົນ ແລະ ໝູຕາຍເປັນຈຳນວນ ຫຼາຍ

ອົງການກາແດງລາວຫຼວງພະບາງໄດ້ແຈ້ງຂໍ້ມູນຫຼ້າສຸດໃຫ້ຮູ້ວ່າ: ຈາກເຫດການທີ່ເກີດອຸບັດເຫດລົດບັນທຸກໝູໄດ້ຕໍາໜ້າຜາແຄມທາງ ແລະ ປີ້ນຢູ່ເສັ້ນທາງພູຜາເຈ້ຍ ເຂດບ້ານນາເມືອງ, ເມືອງນານ, ແຂວງ​ຫຼວງພະບາງ​ ຫຼື  ເສັ້ນທາງພູເກົ້າຫຼັກ ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫຼວງພະບາງ, ຊຶ່ງເຫດເກີດເມື່ອວັນທີ 29 ກັນຍາທີ່ຜ່ານມານັ້ນໄດ້ ເຮັດ ໃຫ້ມີຜູ້ເສຍຊີວິດ 2…

ອັດຕະປືກຽມຟື້ນຟູການທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວລາວໃນໄລຍະການລະບາດຂອງພະຍາດໂຄວິດ-19

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື (ຖວທ) ໄດ້ແຈ້ງໃຫ້ຮູ້ວ່າ:  3 ເດືອນທ້າຍປີ 2020 ນີ້, ອໍານາດການປົກຄອງແຂວງອັດຕະປື ໄດ້ກະກຽມ ຫຼາຍກິດຈະກໍາທີ່ຕິດພັນກັບວັດທະນະທໍາ, ຮີດຄອງປະເພນີ ແລະ ທໍາມະຊາດເພື່ອສົ່ງເສີມການທ່ອງທ່ຽວລາວທ່ຽວລາວ ຫຼື ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ກິດຈະກໍາການສົ່ງເສີມການທ່ອງທ່ຽວດັ່ງກ່າວຈະປະກອບມີ…

ມາຮູ້ຈັກກັບສັດນໍາໂຊກ ກາຕຸນນົກແອ່ນ ໃນງານກິລາແຫ່ງຊາດຄັ້ງ​ທີ11 ທີ່ຈະຈັດໃນປີ 2021

ຄະນະນຳແຂວງ ຊຽງຂວາງ ໄດ້ກໍານົດເອົາ ກາຕຸນນົກແອ່ນ ເປັນສັດນໍາໂຊກ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ, ທີ່ໄດ້ຖືກໂຈະ ໄປຈັດໃນປີໜ້າ 2021, ຍ້ອນມີການລະບາດຂອງພະຍາດໂຄວິດ-19, ແຕ່ຍັງບໍ່ທັນກໍານົດເປັນທາງການ ວ່າ ມື້ໃດຈັດການແຂ່ງຂັນເທົ່ານັ້ນ. ໂດຍຮູບແບບສັດນໍາໂຊກ ກາຕຸນນົກແອ່ນ…

ເຂື່ອນໄຟຟ້າເຊລະນອງ1 ແມ່ນເຂື່ອນແຫ່ງທຳອິດ ຢູ່ແຂວງສະຫວັນນະເຂດ

ເຂື່ອນໄຟຟ້າເຊລະນອງ1 ແມ່ນເຂື່ອນໄຟຟ້າແຫ່ງ ທຳອິດຢູ່ແຂວງສະຫວັນນະເຂດ ໂດຍເປັນການລົງທຶນລະຫວ່າງນັກລົງທຶນຈີນ ແລະ ລັດຖະບານລາວ ຊຶ່ງໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ປີ 2018, ມີກຳລັງການ ຜະລິດຂະໜາດ 70 MW, ຕົວເຂື່ອນສາມາດບັນຈຸນ້ຳໄດ້ 284 ລ້ານແມັດກ້ອນ, ສາມາດ ຜະລິດໄຟຟ້າໄດ້ 2.669Kw/h. ມາຮອດປະຈຸບັນການກໍ່ສ້າງ…

ການເຈາະອຸມົງ 75 ແຫ່ງ ຕາມແລວທາງລົດໄຟລາວ-ຈີນ ໄດ້ສຳເລັດແລ້ວ

ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ: ການເຈາະອຸມົງ ຈຸດ ເມືອງຊຽງເງິນ (ຈຸດ 3) ທີ່ແຂວງຫຼວງພະບາງ ໄດ້ສໍາເລັດແລ້ວມື້ວັນທີ 29 ກັນຍາ 2020 ທີ່ຜ່ານມາ ຊຶ່ງເປັນການເຈາະອຸມົງສຸດທ້າຍຕາມແລວທາງລົດໄຟລາວ-ຈີນ, ໝາຍຄວາມວ່າມາຮອດປັດຈຸບັນ 75 ອຸມົງຕາມແລວທາງລົດໄຟດັ່ງກ່າວແມ່ນສໍາເລັດການເຈາະຮຽບຮ້ອຍແລ້ວ 100…