ອີງຕາມຂໍ້ມູນຈາກສະຖານທູດຈີນໃຫ້ຮູ້ວ່າ: ຍັງມີບາງປະເທດນອກພາກພື້ນຍັງບໍ່ສົນຕໍ່ຄວາມ ພະຍາຍາມຮ່ວມກັນຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໂດຍມີການເຜີຍແຜ່ຂ່າວປອມເຊັ່ນວ່າ: ຈີນຄວບຄຸມເຂື່ອນກັ້ນນ້ຳຢູ່ຍ່ານເໜືອແມ່ນ້ຳຂອງແຕ່ພຽງຝ່າຍດຽວ ອັນໄດ້ເຮັດໃຫ້ ເກີດໄພພິບັດຢູ່ປະເທດລຸ່ມແມ່ນ້ຳຂອງຮຸນແຮງຂຶ້ນ ແລະ ອື່ນໆ, ການປ່ອຍຂ່າວດັ່ງກ່າວ ແມ່ນ ເພື່ອເຈດຕະນາບິດເບືອນຄວາມຈິງ, ຍຸແຍ່ການພົວພັນລະຫວ່າງປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ກໍ່ກວນຂະບວນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ຫຼ້າສຸດຝ່າຍຈີນໄດ້ໃຫ້ຄວາມຮູ້ພື້ນຖານຈຳນວນໜຶ່ງເພື່ອໃຫ້ສັງຄົມຮັບຮູ້ເລື່ອງຄວາມເປັນຈິງຢ່າງຖືກຕ້ອງໂດຍຝ່າຍຈີນຢັ້ງຢືນວ່າບໍ່ແມ່ນຕົ້ນເຫດທີ່ກໍ່ໃຫ້ເກີດໄພແຫ້ງແລ້ງຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຊຶ່ງສາເຫດຕົ້ນຕໍແມ່ນຍ້ອນຝົນຕົກບໍ່ພຽງພໍໃນທົ່ວລ້ອງແມ່ນ້ຳ ແຕ່ບໍ່ແມ່ນຍ້ອນຜົນກະທົບຈາກເຂື່ອນກັ້ນນ້ຳຢູ່ຍ່ານເໜືອ, ເຂື່ອນຢູ່ຍ່ານເໜືອແມ່ນ້ຳ ລ້ານຊ້າງໄດ້ສຸມຄວາມພະຍາຍາມຈົນສຸດຄວາມສາມາດເພີ່ມການປ່ອຍນ້ຳໃນລະດູແລ້ງແຕ່ບໍ່ໄດ້ມີລັກສະນະເຄື່ອນໄຫວແບບກົງກັນຂ້າມເຊັ່ນການອວ່າຍແລວນ້ຳແລະອື່ນໆ. ການສ້າງໂຄງການຊັບພະຍາກອນນໍ້າເປັນວິທີທາງອັນສຳຄັນໃນການຄຸ້ມຄອງຕາມຫຼັກວິທະຍາສາດ…