ລັດຖະບານ ສາມາດດຶງດູດການລົງທຶນໄດ້ຫຼາຍກວ່າ 36 ຕື້ໂດລາສະຫະລັດ

ນັບແຕ່ຊຸມປີ 1980 ເປັນຕົ້ນມາ ລັດຖະບານ ໄດ້ອະນຸມັດໂຄງການລົງທຶນຫຼາຍກວ່າ 6,000 ໂຄງການ ໂດຍມີມູນຄ່າການລົງທຶນຫຼາຍກວ່າ 36 ຕື້ໂດລາສະຫະລັດ. ອີງຕາມສະຖິຕິ ຈາກກະຊວງແຜນການ ແລະ ການລົງທຶນ ທີ່ເປີດເຜີຍຕົວເລກຫຼ້າສຸດເມື່ອບໍ່ດົນມານີ້ ໄດ້ສະແດງໃຫ້ເຫັນ ວ່ານັບແຕ່ປີ 1989 ຫາປີ 2019…

ຈໍາປາສັກ, ສະຫວັນນະເຂດ ແລກປ່ຽນບົດຮຽນດ້ານພັດທະນາ

ການນໍາແຂວງຈໍາປາສັກ ພ້ອມດ້ວຍຄະນະ ແລະ ນັກທຸລະກິດ ໄດ້ມາຖອດຖອນ ແລະ ແລກປ່ຽນບົດຮຽນຢູ່ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້. ຄະນະດັ່ງກ່າວ ນໍາໂດຍ ທ່ານ ປອ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ໄປຢ້ຽມຢາມໂຄງການຮ່ວມໃຈສາຍໃຍໂລມາຄຳ, ເຊິ່ງໂຄງການດັ່ງກ່າວເປັນໂຄງການລຶບລ້າງຄວາມທຸກຍາກປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ທີ່ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງ…

ຄະນະສະເພາະກິດມີຄວາມພໍໃຈທີ່ສັງຄົມໃຫ້ຄວາມຮ່ວມມືປະຕິບັດແຈ້ງການຕ່າງໆ

ຄະນະສະເພາະກິດ ມີຄວາມເພິ່ງພໍໃຈ ແລະ ຊົມເຊີຍທຸກຄົນໃນສັງຄົມ ທີ່ມີຄວາມເຂົ້າໃຈ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸນລະໂລກສາຍພັນໃໝ່ ໂຄວິດ-19. ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ…

ໄຟໄໝ້ເຮືອນປະຊາຊົນຢູ່ບ້ານໂພນໄຊ ເສຍຫາຍ 150 ລ້ານກວ່າກີບ

ໄຟໄໝ້ ເຮືອນປະຊາຊົນ ໜຶ່ງຫຼັງ ຢູ່ບ້ານໂພນໄຊ, ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ບໍ່ມີຜູ້ບາດເຈັດ ແລະ ເສຍຊິິິວິດ, ແຕ່ມູນຄ່າຄວາມເສຍຫາຍ ຫຼາຍກວ່າ 150 ລ້ານກີບ. ທ່ານ ພັນຕີ ສະແວງ ແສງມະນີ, ຫົວໜ້າຫ້ອງການພະແນກ ຕຳຫຼວດສະກັດກັ້ນ ແລະ…

ຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ໃນ​ໄລຍະນີ້ ຈະບໍ່​ໃຫ້​ຈໍາກັດບໍລິເວນ​ຢູ່​ເຮືອນ

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຕໍ່ສື່ມວນຊົນໃນມື້ວານນີ້ວ່າ ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ເລິ່ມແຕ່ວັນທີ 20 ເມສາ 2020 ເປັນຕົ້ນມາ ແມ່ນໄດ້ຈຳກັດບໍລິເວນຢູ່ສູນ ຫຼື ໂຮງແຮມຕາມ…

ສະຫວັນນະເຂດ ມີຄວາມພ້ອມດ້ານສະຖານທີ່ແຍກປ່ຽວ ປິ່ນປົວພະຍາດໂຄວິດ-19

ແຂວງສະຫວັນນະເຂດ ມີຄວາມພ້ອມໃນດ້ານສະຖານທີ່ເພື່ອຮອງຮັບການປີ່ນປົວຄົນເຈັບຈາກພະຍາດໂຄວິດ-19 ເຊີ່ງມີ 2 ສະຖານທີ່ ລວມຫຼາຍກວ່າ 200 ຕຽງ. ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ໄດ້ລາຍງານເນື່ອງໃນໂອກາດກອງປະຊຸມກຽມຄວາມພ້ອມເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນວັນທີ 30 ເມສາ 2020 ທີ່ຜ່ານມາວ່າ ຕາມການຕົກລົງເປັນເອກະພາບຂອງກົມປິ່ນປົວ,…

ກຸ່ມແພນອອສ ໃຫ້ການຊ່ວຍເຫຼືອວຽກງານປ້ອງກັນໂຄວິດ-19

ກຸ່ມແພນອອສ (PanAust Group) ໄດ້ນໍາເອົາອຸປະກອນການແພດ ມູນຄ່າ 500.000 ໂດລາສະຫະລັດ ແລະ ເງິນສົດ 150.000 ໂດລາສະຫະລັດ ມາມອບໃຫ້ລັດຖະບານ ໃນວັນທີ 6 ພຶດສະພາ 2020 ເພື່ອປະກອບສ່ວນໃນການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ.…

ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ ເປັນມື້ທີ 23 ຕິດຕໍ່ກັນ

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວໃນມື້ນີ້ໃຫ້ຮູ້ວ່າ ມາຮອດປະຈຸບັນແມ່ນ 23 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນຈາກຜົນກວດທັງໝົດ 195 ຄົນ ຂອງມື້ວານນີ້, ໝາຍຄວາມວ່າໃນວັນທີ 4 ພຶດສະພາ 2020 ບໍ່ມີກໍລະນີໃໝ່.…

ຄິວລົດສາຍໃຕ້ ໄດ້ອອກມາປະກາດປິດການບໍລິການຮອບ 2 ແບບບໍ່ມີກໍານົດ

ສະຖານີຂົນສົ່ງໂດຍສານສາຍໃຕ້ ຫຼື ຄິວລົດສາຍໃຕ້ ປະກາດປິດການບໍລິການຮອບ 2 ແບບບໍ່ມີກໍານົດໃນບໍ່ດົນມານີ້ ຫຼັງຈາກມີການແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນວັນທີ 1 ພຶດສະພາ 2020 ເລື່ອງສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ ໂຄວິດ-19 ໃນລະຫວ່າງວັນທີ 4-17…

ໂຮງໝໍໄຊມັງກອນສາກົນ ຈະໃຫ້ການບໍລິການປິ່ນປົວສະມາຊີກປະກັນສຸຂະພາບແຫ່ງຊາດ

ຫ້ອງການປະກັນສູຂະພາບແຫ່ງຊາດ ກະຊວງສາທາລະນະສູກ ແລະ ໂຮງໝໍໄຊມັງກອນສາກົນ ຢູ່ແຂວງອຸດົມໄຊ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສົ່ງເສີມການບໍລິການປິ່ນປົວສູຂະພາບສູ່ຊຸມຊົນໃນແຂວງເປົ້າໝາຍຂອງປະເທດ. ການຮ່ວມມືນີ້ ເພຶ່ອສົ່ງເສີມສິດແລະຜົນປະໂຫຍດ ຂອງຜູ້ທີ່ເປັນສຳມະຊີກທີ່ຂື້ນກັບຫ້ອງການປະກັນສຸຂະພາບແຫ່ງຊາດສາມາດໄປຮັບການລິການປິ່ນປົວສູຂະພາບຢູ່ໂຮງໝໍເອກະຊົນໃນແຂວງເປົ້າໝາຍຂອງປະເທດ. ພິທີເຊັນສັນຍາໄດ້ຈັດຂື້ນໃນວັນທີ 5 ພຶດສະພາ 2020 ລະຫວ່າງ ດຣ ນິກອນ ວົງສະຫວັດ ຮັກສາການຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ແລະ…