21 ມີນາ 1946 ເປັນທີ່ປະຊາຊົນລາວ ໂດຍສະເພາະຊາວເມືອງທ່າແຂກບໍ່ມີວັນລືມ

ບາງເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນ ຢູ່ເມືອງທ່າແຂກໃຫ້ຮູ້ວ່າ: ວັນທີ 21 ມີນາ 1946 ຍົນພວກລ່າເມືອງຂຶ້ນແບບເກົ່າ ໄດ້ຫວ່ານໃບປິວລົງຕົວເມືອງທ່າແຂກ ຊຶ່ງໄດ້ເລີ່ມເປີດສາກບຸກໂຈມຕີດ້ວຍກໍາລັງໄຟປືນໃຫຍ່ໜ້າດິນປະສານກັບເຮືອບິນຖິ້ມລະເບີດ ແລະ ຍິງປືນກົນກວາດລົງໃສ່ກາງເມືອງ ແລະ ຝູງຄົນໃນຕະຫຼາດ, ຍິງໃສ່ກອງບັນຊາການ, ໂຮງຮຽນປະຖົມຊາວຫວຽດນາມຕ່າງດ້າວຢ່າງຮ້າຍແຮງ…

“ອຸທິຍານແຫ່ງຊາດ ຫີນໜາມໜໍ່” ເປັນມໍຣະດົກໂລກທາງທຳມະຊາດແຫ່ງທໍາອິດຂອງ ສປປ ລາວ

ອົງການປົກຄອງແຂວງຄໍາມ່ວນ ໄດ້ສະເຫຼີມສະຫຼອງ “ອຸທິຍານແຫ່ງຊາດ ຫີນໜາມໜໍ່” ທີ່ໄດ້ຮັບຂຶ້ນທະບຽນເປັນມໍຣະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ໃນມື້ວານນີ້ ທີ່ ເມືອງທ່າແຂກໂດຍການເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ…

ຫຼາຍວຽກງານສໍາຄັນຂອງຊາດ ຈະຖຶກຍົກມາພິຈາລະນາ ແລະ ຮັບຮອງເອົາ ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະໄດ້ໄຂຂຶ້ນໃນລະຫວ່າງວັນທີ 23-27 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ, ຊຶ່ງຈະໃຊ້ເວລາດຳເນີນກອງປະຊຸມທັງໝົດ 5 ວັນ ວ່າ:…

ລາ​ຄາ​ວັດ​ສະ​ດຸກໍ່​ສ້າງ​ບາງ​ຊະ​ນິດ​ແພງ​ຂື້ນເກືອບ 50% ໃນ​ນະ​ຄອນຫຼວງວຽງ​ຈັນ

ຜູ້​ລົງ​ທຶນກໍ່​ສ້າງ ໃນ​ນະ​ຄອນຫຼວງວຽງ​ຈັນ ໃນ​ປະ​ຈຸ​ບັນ ​ກຳ​ລັງ​ປະ​ເຊີນ​ກັບ ​ລາ​ຄາວັດ​ສະ​​ດຸ​ຂື້ນລາ​ຄາຢ່າງໄວ​ວາ ເຊິ່ງ​ບາງ​ປະ​ເພດເພີ່ມ​ຂື້ນ​ເກືອບ 50%. ບັນ​ຫາລາ​ຄາ​ນ້ຳ​ມັນ​ແພງ​ ເປັນສາເຫດ​ຕົ້ນ​ຕໍ່ເຮັດ​ໃຫ້​ຜູ້​ປະ​ກອບ​ການ ແລະ ພາກ​ທຸ​ລະ​ກິດ​ ຕ້ອງ​ໄດ້​ປັບ​ລາ​ຄາ​ສິນ​ຄ້າ ​ຂອງ​ຕົນ ເພື່ອ​ປະ​ຄັບ​ປະ​ຄອງ​​ທຸ​ລະ​ກິດ ແລະ ການ​ບໍ​ລິ​ການ ຂອງ​ເຂົາ​ເຈົ້າ ເນຶ່ອງ​ຈາກ​ຕົ້ນ​ທຶນ​ເພີ່​ມ​ຂື້ນສູງ. ນັບ​ແຕ່​ຕົ້ນ​ເດືອ​ນມີ​ນາ ລາ​ຄາ​ນ້ຳ​ມັນ​…

ຊາຍໜຸ່ມອາລົມບໍ່ດີໃຊ້ພ້າຟັນຄົນອື່ນຈົນເສຍຊີວິດ

ທ້າວ ແສງພະຈັນ (ໂງ່ນ) ໃຊ້ພ້າຖາງຫຍ້າຟັນ ນາງ ນໍ້າຂອງ ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດໃນເວລາຕໍ່ມາ ຊຶ່ງເຫດຈຸງໃຈໃນການກໍ່ເຫດໃນຄັ້ງນີ້ຜູ້ກ່ຽວໃຫ້ການວ່າຍ້ອນອາລົມບໍ່ດີ, ທັງສອງຄົນເປັນປະຊາຊົນ ບ້ານນາແຫນ ເມືອງ ບໍລິຄັນ ແຂວງບໍລິຄໍາໄຊ ໂດຍເຫດດັ່ງກ່າວເກີດຂຶ້ນເວລາປະມານ 9 ໂມງ 50 ນາທີ…

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ຢ້ຽມຊົມພິພິທະພັນພະທາດຫຼວງວຽງຈັນ

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມຊົມ ພິພິທະພັນພະທາດຫຼວງວຽງຈັນ ໃນມື້ວານນີ້, ໃຫ້ກຽດຕ້ອນຮັບໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ…

ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດໃຫ້ບໍລິການນໍ້າມັນເຄື່ອນທີ່ ຊ່ວຍເຫຼືອສັງຄົມ

ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ (NTP) ໄດ້ໃຫ້ບໍລິ ການນໍ້າມັນເຊື້ອໄຟແບບເຄື່ອນທີ່ ເພື່ອຊ່ວຍເຫຼືອສັງຄົມໃນໄລຍະທີ່ນໍ້າມັນບໍ່ພຽງພໍ ໃຫ້ແກ່ຊາວນະຄອນ ຫຼວງວຽງຈັນ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ໃນມື້ນີ້ ໂດຍແບ່ງອອກເປັນ 2 ຈຸດຄື: ຈຸດນໍ້າມັນກາຊວນ 2 ຄັນ ແລະ ຈຸດນໍ້າມັນແອັດຊັງ…

ສົງ​ຄາມ​ໃນ​ຕາ​ເວັນ​ອອກ​ກາງ ຈະ​ສົ່ງ​ຜົນກະ​ທົບ​ຕໍ່ຄັງສຳຮອງເງິນ​ຕາ​ຕ່າງ​ປະ​ເທດ ແລະ ເງິນ​ເຟີ້ ຂອງ ສ​ປ​ປ​ ລາວ ​ຈະເປັນ​ແນວ​ໃດ?

ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ຢູ່​ໃນ​ຕາ​ເວັນ​ອອກ​ກາງ ກຳ​ລັງ​ເຮັດ​ໃຫ້​ຫຼາຍ​ປະ​ເທດ​ທົ່ວ​ໂລກ ​ປະ​ເຊີນ​ກັບ​ການ​ຂາດ​ແຄນ​ພະ​ລັງ​ງານ​ເຊື້ອ​ໄຟ ​ຢ່າງ​ໜັກ, ລາ​ຄາ​ແພງ​ຂຶ້ນຢ່າງຕໍ່​ເນຶ່ອງ​ ໃນ​ໄລ​ຍະ​ເວ​ລາ​ສັ້ນ ແລະ ຄາດ​ວ່າ​ຈະ​ມີ​ທ່າງ​ອ່ຽງ​ສືບ​ຕໍ່​ເພີ່ມ​ຂຶ້ນ ຖ້າ​ຫາກ​ການ​ຕໍ່​ສູ້​ຍັງ​ສືບ​ຕໍ່​ຮຸນ​ແຮງ​​. ​​ສະ​ພາບ​ການ​ດັ່ງກ່າວ ສົ່ງ​ຜົນ​ກະ​ທົບ​ຢ່າງຫຼວງຫຼາຍ​ ເປັນ​ວົງ​ກວ້າງ ຕໍ່​ການ​ດຳ​ລົງ​ຊິ​ວິດ ຂອງ​ ປະ​ຊາ​ຊົນ, ເສດ​ຖະ​ກິດພົບ​ຄວາ​ມ​ຫຍຸ້ງ​ຍາກ, ລາ​ຄາສິນ​ຄ້າແພງ​ຂຶ້ນ, ການ​ບໍ​ລິ​ການຂົນ​ສົ່ງສິນ​ຄ້າຊັກ​ຊ້າ ແລະ ຄວາມ​ຕ້ອງ​ການເງິນ​ຕາຕ່າງ​ປະ​ເທດ​…

ໃຫ້ຢຸດການອອກປຶ້ມສໍາມະໂນຄົວໃຫ້ພົນລະເມືອງລາວແບບເກົ່າ ແລະ ຫັນມາຈົດທະບຽນສໍາມະໂນຄົວແບບເອເລັກໂຕຣນິກແບບທັນສະໄໝ

ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການມາຍັງປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເມື່ອບໍ່ດົນມານີ້ ຊາບວ່າ: ໃຫ້ຢຸດເຊົາການອອກປື້ມສຳມະໂນຄົວໃຫ້ພົນລະເມືອງລາວແບບເກົ່າ ຫັນມາຈົດທະບຽນສໍາມະໂນຄົວແບບເອເລັກໂຕຣນິກແບບທັນສະໄໝ ແລະ ຫັນມານໍາໃຊ້ໜັງສືຢັ້ງຢືນ ຂໍ້ມູນສຳມະໂນຄົວ (ແບບຟອມ ສຄ07) ຕາມລະບຽບຫຼັກການຂອງກະຊວງປ້ອງກັນຄວາມສະຫງົບ ແທນປື້ມສຳມະໂນຄົວແບບເກົ່າ. ສ່ວນ ບຸກຄົນ ແລະ ຄອບຄົວທີ່ມີປຶ້ມສຳມະໂນຄົວອອກໃຫ້ໃນໄລຍະຜ່ານມາ ກໍ່ຍັງສາມາດນໍາໃຊ້ໄດ້ ຈົນກວ່າຈະມີແຈ້ງການລົບລ້າງ,…

ບໍລິສັດ ລາວຄາຍຢວນ ມອບເງິນ 1,3 ຕື້ກີບ ເພື່ອຈັດງານບັ້ນຮົບປ້ອງກັນຕົວເມືອງທ່າແຂກ

ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດຜູ້ດຽວ ໄດ້ມອບເງິນຈໍານວນ 1,3 ຕື້ກີບໃຫ້ແກ່ແຂວງຄໍາມ່ວນ ເພື່ອປະກອບສ່ວນສະໜັບສະໜູນການຈັດງານບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແຂວງຄໍາມ່ວນຄົບຮອບ 80 ປີ (21 ມີນາ 1946- 21 ມີນາ 2026). ພິທີມອບຮັບເງິນຈໍານວນດັ່ງກ່າວ ໄດ້ຈັດຂຶ້ນມື້ວານນີ້ ທີ່ຫ້ອງວ່າການແຂວງຄໍາມ່ວນມອບໂດຍ ທ່ານ…