ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 1 ຄົນ

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນເຊົ້າຂອງວັນທີ 3 ກຸມພາ 2021 ນີ້ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ເຊື້ອພະຍາດໂຄວິດ-19  ເພີ່ມອີກ 1 ຄົນ ໃນວັນທີ 2 ກຸມພາ…

ດື່ມສິ່ງມຶນເມົາແມ່ນ ສາເຫດຕົ້ນຕໍເຮັດໃຫ້ເກີດອຸບັດເຫດ ຢູ່ແຂວງຫຼວງນໍ້າທາ

ອຸບັດເຫດໃນປີ 2020 ທີ່ເກີດຂຶ້ນ ບົນທ້ອງຖະໜົນພາຍໃນແຂວງຫຼວງນໍ້າທາ ສ່ວນໃຫຍ່ແມ່ນ​ເກີດ​ຈາກ​ການ​ດື່ມ​ສິ່ງ​ມຶນ​ເມົາ ແລ້ວ​ຂັບຂີ່ໄວເກີນກໍານົດ 337 ຄັ້ງ, ບໍ່ປ່ອຍສິດ 47 ຄັ້ງ, ແຊງບໍ່ຮັບປະກັນ 13 ຄັ້ງ, ປ່ຽນທິດທາງ 11ຄັ້ງ ແລະ ອື່ນໆ. ຫົວໜ້າ ພະແນກຕໍາຫຼວດຈະລາຈອນ…

ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ສົ່ງເສີມປະຊາຊົນມີລາຍຮັບ ເພື່ອທົດແທນການເຂົ້າປ່າລ່າເນື້ອ ແລະ ລັກລອບຕັດໄມ້

ກອງຄຸ້ມຄອງອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ຮ່ວມກັບ ອົງການອະນຸລັກສັດປ່າ ( WCS ) ໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດ ເພື່ອແນໃສ່ອະນຸລັກຊັບພະຍາກອນທໍາມະຊາດ ໂດຍສະເພາະສັດປ່າ, ຕົ້ນໄມ້ ແລະ ພືດພັນທັນຍາຫານຕ່າງໆ ພາຍໃນອຸທິຍານດັ່ງກ່າວໃຫ້ມີຄວາມຍືນຍົງຕະຫຼອດໄປ. ທ່ານ ຫຸມແພງ ຂັນທະລີ, ຮອງຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງ ຊາດ…

ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 1 ຄົນ

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນເຊົ້າຂອງວັນທີ 3 ກຸມພາ 2021 ນີ້ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ເຊື້ອພະຍາດໂຄວິດ-19  ເພີ່ມອີກ 1 ຄົນ ໃນວັນທີ 2 ກຸມພາ…

ລາວເພີ່ມການລາດຕະເວນຕາມຊາຍແດນຢ່າງເຄັ່ງຄັດເພື່ອຮັບປະກັນບໍ່ໃຫ້ ມີການເຂົ້າ-ອອກແບບ ຊະຊາຍ

ການເພີ່ມການລາດຕະເວນຕາມຊາຍແດນຢ່າງເຂັ້ມງວດ ແລະ ຮັດກຸມເພື່ອຮັບປະກັນບໍ່ໃຫ້ມີການເຂົ້າ-ອອກແບບຊະຊາຍ ຫຼື ມີການລັກລອບເຂົ້າ-ອອກໂດຍບໍ່ຜ່ານດ່ານຊາຍແດນ ແມ່ນມາດຕະການຜ່ອນຜັນໃໝ່ ໃນ 14 ມາດຕະການ ທີ່ທາງຄະນະສະເພາະກິດປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ສືບຕໍ່ກໍານົດໃນມາດຕະການຜ່ອນຜັນ ປ້ອງກັນພະຍາດດັ່ງກ່າວ ນັບແຕ່ວັນທີ 1 ກຸມພາ ເຖິງວັນທີ…

ບໍ່ມີສອບເສັງນັກຮຽນເກັ່ງລະດັບຊາດ ສໍາລັບສົກປີ 2020-2021 ນີ້

ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາອໍານວຍການຊັ້ນມັດທະຍົມສຶກສາ ໃນຂອບເຂດທົ່ວປະເທດ ໃຫ້ໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈໍາສົກຮຽນ 2020-2021 ນີ້ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຍ້ອນວ່າຖ້າມີການສອບເສັງດັ່ງກ່າວຈະມີນັກຮຽນເກັ່ງແຕ່ລະແຂວງມາຮວມກັນຢູ່ຈຸດສອບເສັງ ຊຶ່ງມີຄວາມສຽງທີ່ອາດຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໃນກໍລະນີມີນັກຮຽນແຂວງໃດໜຶ່ງຕິດພະຍາດດັ່ງກ່າວໂດຍໃຫ້ຈັດຕັ້ງສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາພາຍໃນແຂວງຂອງຕົນ, ໃຫ້ ປະຕິບັດນະໂຍບາຍຕໍ່ ນັກຮຽນເກັ່ງລະດັບແຂວງ ຕາມລະບຽບທີ່ກໍານົດໄວ້ໂດຍມີການມອບໃບຍ້ອງຍໍ, ໃບຢັ້ງຢືນ, ທຶນການສຶກສາ…

ປະຊາຊົນ 15 ບ້ານ ເມືອງສຳພັນ ຮຽນຮູ້ວິທີການປ້ອງກັນການລະບາດຂອງພະຍາດໂຄວິດ-19

ປະຊາຊົນ ຈໍານວນ 15 ບ້ານ (ປະມານ 748 ຄົນ) ເມືອງສຳພັນ ແຂວງຜົ້ງສາລີ ມີຄວາມຕຶ່ນຕົວຢ່າງເປັນຂະບວນຟົດຟື້ນເຂົ້າຮ່ວມຝຶກອົບຮົມວິທີການປ້ອງກັນການລະບາດຂອງພະຍາດໂຄວິດ-19, ຈັດໂດຍ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງສຳພັນ ຮ່ວມກັບຫ້ອງການສາທາລະນະສຸກເມືອງ, ສະຫະພັນແມ່ຍິງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຊຶ່ງໄດ້ເລີ່ມແຕ່ຕົ້ນເດືອນທັນວາ 2020…

ຖ້ຳຈອມອອງ ເປັນໜຶ່ງ ໃນສະຖານທີ່ ທ່ອງທ່ຽວທີ່ມີຊື່ສຽງຂອງເມືອງໄຊ

ຖ້ຳຈອມອອງ ແມ່ນໜຶ່ງໃນສະຖານທີ່ທ່ອງທ່ຽວ ທາງທຳມະຊາດ ມີຄວາມສວຍງາມເປັນເລີດ ທີ່ທຳມະຊາດສ້າງຂຶ້ນ, ຊຶ່ງຕັ້ງຢູ່ເມືອງໄຊ ແຂວງ ອຸດົມໄຊ, ເມື່ອບໍ່ດົນມານີ້ ໄດ້ເປີດບໍລິການຢ່າງເປັນທາງການໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ດ້ານການທ່ອງທ່ຽວ ຫາ ຖ້ຳຈອມອອງ ໄລຍະທີ 1, ຊຶ່ງປະກອບມີ: ລານຈອດລົດຢູ່ບໍລິເວນຖ້ຳຈອມ ອອງ, …

ສູນຊ່ວຍເຫຼືອໝີຕາດກວາງຊີ ແລະ ສູນຮັກສາພັນສັດປ່າ ບ້ານໜອງໂຕກເນັ້ນໃສ່ການ ດູແລໝີ ແລະ ຄຸ້ມຄອງສັດປ່າໃຫ້ຍືນຍົງ

ສູນຊ່ວຍເຫຼືອໝີຕາດກວາງຊີ ແລະ ສູນຮັກສາພັນສັດປ່າ ບ້ານໜອງໂຕກ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເນັ້ນໃສ່ກິດຈະກໍາສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ອົງການປົກຄອງທ້ອງຖິ່ນ ຕໍ່ກັບວຽກງານສະກັດກັ້ນ ການຄ້າສັດຜິດກົດໝາຍທຸກຊະນິດ, ເປັນການສົ່ງເສີມຂະບວນການປູກຈິດສຳນຶກ ການອະນຸລັກສິ່ງແວດລ້ອມໃຫ້ແກ່ຊຸມຊົນ, ທ້ອງຖິ່ນ ໃນການປັກປັກຮັກສາ ອະນຸລັກສັດປ່າ ຕິດພັນກັບການສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ທີ່ຈະຢຸດຕິຟາມລ້ຽງໝີ-ຫຼຸດຜ່ອນການລ້ຽງໝີ ແລະ ສັດປ່າ…

ຄົນລາວທີ່ໄປອອກແຮງງານຢູ່ໄທລັກລອບ ກັບຄືນມາເມືອງນະຄອນເພັງຍ້ອນບໍ່ຢາກ ຖືກຈຳກັດບໍລິເວນ

ທ່ານທອງດີ ຈັນທະວົງ ເຈົ້າເມືອງນະຄອນເພັງ ແຂວງສາລະວັນ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ພາຍຫຼັງທີ່ມີການແຜ່ລະບາດຮອບໃໝ່ຂອງພະຍາດໂຄວິດ-19 ຢູ່ປະເທດໄທໂດຍໄດ້ມີຜູ້ຕິດເຊື້ອພະຍາດດັ່ງກ່າວເປັນຈໍານວນຫຼາຍໃນແຕ່ລະວັນນັ້ນ ໄດ້ເຮັດໃຫ້ຄົນລາວທີ່ໄປອອກແຮງງານຢູ່ປະເທດໄທພາກັນລັກລອບຂ້າມແມ່ນໍ້າຂອງເຂົ້າມາເມືອງນະຄອນເພັງ ແຂວງສາລະວັນ ແຕ່ຖືກເຈົ້າໜ້າທີ່ສາມາດພົບເຫັນ ແລະ ໄດ້ ນໍາຕົວໄປໄວ້ທີ່ສູນຈໍາກັດບໍລິເວນທັງໝົດ, ເມື່ອສອບຖາມເຂົາເຈົ້າພົບວ່າສາເຫດທີ່ພວກເຂົາລັກລອບກັບຄືນມາປະເທດແບບຜິດກົດໝາຍນັ້ນຍ້ອນວ່າພວກເຂົາບໍ່ຢາກຖືກນຳຕົວໄປຈຳກັດບໍລິເວນຢູ່ສູນ ແລະ ສ່ວນໜຶ່ງ ແມ່ນໄດ້ຂ້າມໄປເຮັດວຽກແບບຜິດກົດໝາຍ. ທ່ານທອງດີໄດ້ກ່າວຕື່ມວ່າ: ສະເພາະເມືອງນະຄອນເພັງມີຊາຍແດນຕິດກັບປະເທດ…