ເຊກອງ ກຽມຫັນປ່ຽນຮອບດ້ານດ້ວຍການປັບປຸງໂຄງສ້າງເສດຖະກິດ

ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2021-2025) ຈະມີແຜນການພັດທະນາຢ່າງຮອບດ້ານດ້ວຍການປັບປຸງໂຄງສ້າງເສດຖະກິດໂດຍການເສີມຂະຫຍາຍ ແລະ ນໍາໃຊ້ທ່າແຮງທີ່ບົ່ມຊ້ອນ, ຍົກສູງກໍາລັງແຮງພັດທະນາໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຮັບປະກັນການຜະລິດທີ່ສະອາດປອດສານພິດຕາມທິດສີຂຽວ ແລະ ຍືນຍົງ, ສົ່ງເສີມການລົງທຶນ, ພັດທະນາອຸດສາຫະກໍາ, ການຄ້າ, ການທ່ອງທ່ຽວ ໃຫ້ໄດ້ຄຸນນະພາບຕິດພັນກັບການພັດທະນາສັງຄົມຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ. ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ…

ການແຂ່ງຂັນແລ່ນ-ລານ ແນໃສ່ພັດທະ ນານັກກິລາຮຸ່ນໃໝ່ ຈະເລີ່ມມື້ອື່ນນີ້

ສະຫະພັນແລ່ນ-ລານແຫ່ງຊາດລາວ ຈະຈັດການແຂ່ງຂັນແລ່ນ-ລານ ທົ່ວປະເທດ ປະຈໍາປີ 2021 ລະຫວ່າງວັນທີ 28-30 ມັງກອນ 2021, ຢູ່ສະຖາບັນກິລາ-ກາຍຍະກໍາ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ຊຶ່ງການແຂ່ງຂັນລາຍການນີ້ ເນັ້ນໃສ່ພັດທະນາ ນັກກິລາຮຸ່ນໃໜ່ ທີ່ມີພອນສະຫວັນດ້ານກິລາ ເພື່ອກຽມເປັນນັກກິລາຮຸ່ນສືບທອດ ແລະ ຮ່ວມການແຂ່ງຂັນກິລາລະດັບສາກົນໃນອະນາຄົດ.…

ເມືອງ ຕົ້ນເຜິ້ງ ຢຶດສິນຄ້າທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍຈາກປະເທດໄທ

ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ ຮັບແຈ້ງຈາກພົນລະເມືອງດີ ໃນຕອນເຊົ້າ ວັນທີ 26 ມັງກອນ 2021 ຜ່ານມານີ້ວ່າ: ໄດ້ມີການລັກ ລອບ ນໍາເຂົ້າສິນຄ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຈາກປະເທດໄທ ເຂົ້າມາທາງເຂດດອນເຜິ້ງ ເມືຶອງ ຕົ້ນເຜິ້ງ…

ເຮືອນ 496 ຫຼັງ ຈາກ 700 ຫຼັງທີ່ສ້າງໃຫ້ຜູ້ປະສົບໄພຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຈະສໍາເລັດການກໍ່ສ້າງພາຍໃນປີນີ້

ອໍານວຍການບໍລິສັດວັນແສງ ພັດທະນາຈໍາກັດ ຜູ້ດຽວ ຊຶ່ງເປັນບໍລິສັດທີ່ໄດ້ຮັບສໍາປະທານ ກໍ່ສ້າງເຮືອນຖາວອນ 700 ຫຼັງໃຫ້ຜູ້ປະສົບໄພ ຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນປີ 2018 ທີ່ຜ່ານມາໂດຍໄດ້ຍົກຍ້າຍມາຢູ່ສະຖານ ທີ່ໃໝ່ ຫຼື ຢູ່ເຂດໂນນສູງນັ້ນໄດ້ຢືນຢັນວ່າເຮືອນ 496 ຫຼັງ ຂອງຈຳນວນທັງໝົດ 700…

ສະພາບອາກາດ ຍັງຈະສຶບຕໍ່ໜາວເຢັນຢູ່ທົ່ວໄປໃນແຕ່ລະພາກ ຈົນຮອດທ້າຍເດືອນນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ໃນໄລຍະວັນທີ 28-31 ມັງກອນ 2021, ສະພາບອາກາດຍັງຈະໜາວເຢັນລົງຢູ່ທົ່ວໄປໃນແຕ່ລະພາກ, ຍ້ອນມວນອາກາດເຢັນທີ່ປະເທດຈີນ​ ຈະເພີ່ມກຳລັງແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່. ສະເພາະຢູ່ແຂວງພາກເໜືອ ອາກາດຍັງຈະໜາວເຢັນຫຼາຍ, ເຂດພູສູງ ແລະ ພູດອຍ,…

ແຂວງ​ ຈໍາປາສັກເສຍຊີວິດ 100 ກວ່າຄົນ ຍ້ອນອຸບັດເຫດ ບົນທ້ອງຖະໜົນ

​ສໍາລັບ ປີ 2020 ຜ່ານມານີ້ ແຂວງ​ ຈໍາປາສັກ ມີ​ອຸ​ບັດເຫດ​ບົນທ້ອງຖະໜົນ ເກີດ​ຂຶ້ນ​ທັງ​ໝົດ 976 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 122 ຄົນ (ຍິງ 28 ຄົນ), ຊຶ່ງອຸບັດເຫດທີ່ເກີດຂື້ນສ່ວນໃຫຍ່ ແມ່ນຍ້ອນ​ນັກ​ຂັບ​ຂີ່​ບໍ່​ປະຕິບັດ​ກົດ​ລະບຽບ​ຈະ​ລາ​ຈອນ​ເປັນຕົ້ນແມ່ນ​ເກີດ​ຈາກ​ການ​ດື່ມ​ສິ່ງ​ມຶນ​ເມົາ ແລ້ວ​ຂັບຂີ່ໄວເກີນກໍານົດ,…

ລາຍຮັບຂອງການບິນລາວຫຼຸດລົງ 70%

ລາຍຮັບຂອງບໍລິສັດການບິນລາວໃນປີ 2020 ຫຼຸດລົງ 70% ຖ້າທຽບກັບ ປີ 2019, ນອກຈາກນີ້ ການຂາຍຂອງຕົວແທນກໍ່ຫຼຸດລົງແບບຫນ້າຕົກໃຈເຊັ່ນກັນ ຈາກ 31 ລ້ານໂດລາ ໃນປີ 2019 ເຫຼືອພຽງ 13ລ້ານໂດລາ ໃນປີ 2020 ຊຶ່ງຂໍ້ມູນດັ່ງກ່າວນີ້ແມ່ນໄດ້ຖືກລາຍງານໂດຍລັດວິສາຫະກິດການບິນລາວ ໃນກອງປະຊຸມລະຫວ່າງການບິນລາວ…

ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຕາງໜ້າໂດຍທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວເມື່ອວັນທີ 25 ມັງກອນ 2021 ນີ້ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19…

ແຂວງ ບໍ່ແກ້ວເລື່ອນການເຂົ້າ ຮຽນຂອງຊັ້ນອະນຸບານ ແລະ ປະຖົມສຶກສາ ໄປເຂົ້າຮຽນໃນວັນທີ 1 ກຸມພາ ນີ້

ເພື່ອ ເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະບາດເຂົ້າໃນໂຮງຮຽນ, ໃນຂະແໜງການສຶກສາ ແລະ ກິລາ ແລະ ໃນແຂວງ ບໍ່ແກ້ວ, ເນື່ອງຈາກມີຂ່າວຄົນຈີນທີ່ຕິດເຊື້ອພະຍາດໂຄວິດ-19 ລັກລອບເຂົ້າແຂວງ,       ພະແນກສຶກສາທິການ ແລະ  ກິລາ  ແຂວງ ບໍ່ແກ້ວໄດ້ອອກແຈ້ງການຫວ່າງບໍ່ດົນມານີ້…

ແຮງງານລາວທີ່ລັກລອບກັບຄືນປະເທດແບບຜິດກົດໝາຍອາດນໍາເຊື້ອພະຍາດໂຄວິດ-19 ມາລະບາດຢູ່ພາຍໃນປະເທດແບບບໍ່ຮູ້ຕົວ

ຄະນະສະເພາະກິດຕ້ານໂຄວິດ-19 ມີຄວາມກັງວົນຕໍ່ແຮງງານລາວ ແລະ ຕ່າງປະເທດທີ່ລັກລອບເຂົ້າມາ ສປປ ລາວແບບຜິດກົດໝາຍຊຶ່ງອາດນໍາເຊື້ອພະຍາດໂຄວິດ-19 ມາລະບາດຢູ່ໃນຂົງເຂດ ແລະ ອາດຈະແຜ່ລະບາດເປັນວົງກວ້າງຢູ່ ພາຍໃນປະເທດເພາະໃນໄລຍະທີ່ຜ່ານມາກໍ່ມີປະກົດການພົບຜູ້ຕິດເຊື້ອພະຍາດດັ່ງກ່າວມາແລ້ວທີ່ລັກລອບເຂົ້າເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຈົນນໍາມາສູ່ການປິດເມືອງ ໂດຍສະເພາະໃນໄລຍະນີ້ແມ່ນບຸນປີໃໝ່ຊາວຈີນ ແລະ ຫວຽດນາມຊຶ່ງອາດຈະມີການລັກລອບເຂົ້າອອກຂອງແຮງງານຕ່າງປະເທດ. ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວເມື່ອບໍ່ດົນມານີ້ວ່າ:​ ການປ້ອງກັນແຮງງານລາວທີ່ໄປຂາຍແຮງງານຢູ່ບັນດາປະເທດອອ້ມຂ້າງ…