ໄປທ່ຽວບັນດາແຂວງພາກໃຕ້ຢ່າລືມແວ່ກາບໄຫວ້ສິ່ງສັກສິດທີ່ວັດພຣະບາດນາດູ່ ເມືອງລະຄອນເພັງ
ວັດພຣະບາດນາດູ່ ເມືອງລະຄອນເພັງ ແຂວງສາລະວັນ ເປັນວັດທີ່ມີຊື່ສຽງຢູ່ເມືອງລະຄອນເພັງ ແຂວງສາລະວັນ ທີ່ຊາວພຸດໃນຂອບເຂດທົ່ວປະເທດຕ່າງພາກັນແວ່ກາບໄຫວ້ສິ່ງສັກສິດເພື່ອຂໍພອນຕ່າງໆ. ສິ່ງສັກສິດທີ່ປະຊົາຊົນແວ່ກາບໄຫວ້ທີ່ວັດແຫ່ງນີ້ປະກອບມີພຣະບາດນາດູ່ເປັນຢູນິຍະສະຖານອັນສັກສິດ, ເປັນບ່ອນເຄົາລົບບູຊາ ກາບໄຫວ້ ແລະ ເປັນສູນລວມຈິດໃຈຂອງຊາວເມືອງລະຄອນເພັງ ຊຶ່ງຖືກຄົ້ນພົບໃນປີ ຄສ 1384 ທີ່ມີອາຍຸຫຼາຍກວ່າ 600 ປີ ຊຶ່ງຮອບຕີນມີຂະໜາດໃຫຍ່ມີຄວາມຍາວ 160 ຊມ,…

