ດ່ານສາກົນບໍ່ເຕັນຮຽກຮ້ອງໃຫ້ທຸກຄົນປ້ອງກັນພະຍາດໂຄວິດ-19

ດ່ານສາກົນບໍ່ເຕັນຮຽກຮ້ອງໃຫ້ຜູ້ປະກອບການຂົນສົ່ງ ແລະ ຜູ້ທີ່ມີຄວາມຈໍາເປັນເດີນທາງເຂົ້າ-ອອກ ເພີ່ມຄວາມເຂົ້າໃຈ ແລະ ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19. ພັນໂທ ກອງແກ້ວ ສີງມີໄຊ, ຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕັນ ແຂວງ ຫຼວງນໍ້ທາ ໄດ້ແຈ້ງໃຫ້ຮູ້ວ່າ: ປະຈຸບັນການເດີນທາງເຂົ້າອອກຜ່ານດ່ານນີ້ ແມ່ນໄດ້ຈໍາກັດຈຶ່ງເຮັດໃຫ້ການເຂົ້າອອກຫຼຸດລົງ, ອະນຸຍາດໃຫ້ເຂົ້າອອກພຽງແຕ່ລົດຂົນສົ່ງສິນຄ້າແລະ ບຸກຄົນທີ່ຈໍາເປັນ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ ເນື່ອງຈາກເຈົ້າໜ້າທີ່ໄດ້ເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ19 ກໍ່ຄືຄໍາສັ່ງຂອງຄະນະສະເພາະກິດທີ່ວາງອອກ…

ແຂວງ ຫົວພັນ ຈະພັດທະນານໍ້າຕົກຕາດຜາຫວ່າງ ເພື່ອດຶງດູດນັກທ່ອງທ່ຽວ

ແຂວງຫົວພັນ ມີແຜນຈະພັດທະນານໍ້າຕົກຕາດຜາຫວ່າງ ຢູ່ ເມືອງຊໍາໃຕ້ ເພື່ອສ້າງໃຫ້ເປັນໜຶ່ງ ໃນຫຼາຍແຫຼ່ງທ່ອງທ່ຽວຂອງແຂວງທີ່ຈະດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ ເຂົ້າມາຫຼາຍຂຶ້ນໃນອະນາຄົດ. ເພື່ອເສີມຂະຫຍາຍແຜນດັ່ງກ່າວ, ເຈົ້າໜ້າທີ່ທາງການຂອງແຂວງ ແລະ ພາກສ່ວນທຸລະກິດໄດ້ ປຶກສາຫາລືຮ່ວມກັນ ເມື່ອບໍ່ດົນມານີ້ ກ່ຽວກັບແຜນພັດທະນາ ແລະ ຍຸດທະສາດຕ່າງໆ…

ຝຣັ່ງໃຫ້ການຊ່ວຍເຫຼືອ 2 ລ້ານກວ່າ ເອີໂຣ ເພື່ອສົ່ງເສີມການທ່ອງທ່ຽວ

ອົງການຝຣັ່ງເພື່ອການພັດທະນາ (AFD) ໃຫ້ການຊ່ວຍເຫຼືອຫຼາຍກວ່າ 2,6 ລ້ານເອີໂຣ ເພື່ອສະ ໜັບສະໜູນໂຄງການຄຸ້ມຄອງ, ປົກປັກຮັກສາມໍລະດົກວັດທະນະທໍາ ແລະ ການສ້າງຄວາມດຶງດູດ ໃຫ້ແກ່ວຽກງານທ່ອງທ່ຽວຢູ່ແຂວງຈໍາປາສັກ ແລະ ສະຫວັນນະເຂດ. ພິທີເຊັນສັນຍາຮັບການຊ່ວຍເຫຼືອດັ່ງກ່າວຈັດຂື້ນໃນວັນທີ 17 ມີຖຸນາ 2020 ທີ່ຜ່ານມາ ໂດຍການ ເຂົ້າຮ່ວມຂອງຜູ້ຕາງໜ້າຈາກກະຊວງແຜນການ…

ລັດຖະບານອົດສະຕຣາລີ ເພີ່ມການຊ່ວຍເຫຼືອ ສປປ ລາວ ເພື່ອຟື້ນຟູຜົນກະທົບຈາກພະຍາດໂຄວິດ-19

ສະຖານທູດອົດສະຕຣາລີ ແຈ້ງໃຫ້ຮູ້ວ່າ: ລັດຖະບານອົດສະຕຣາລີ ໄດ້ເພີ່ມງົບປະມານສອງຝ່າຍ ດ້ານການພັດທະນາໃຫ້ແກ່ ສປປ ລາວ ອີກຈຳນວນ 4,8 ລ້ານໂດລາອົດສະຕຣາລີ ຫຼື ເພີ່ມຂື້ນເກືອບ 25 ສ່ວນຮ້ອຍ ໃນປີນີ້, ເພື່ອຊ່ວຍພັດທະນາ ຫຼື ສົ່ງເສີມດ້ານ ເສດຖະກິດ –…

ຢູ່ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ ນັບຕັ້ງ ແຕ່ວັນທີ 12.4.2020 ເປັນຕົ້ນມາ ຮອດປັດຈຸບັນ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ COVID-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ປະຈໍາວັນພະຫັດ ວັນທີ 18 ມິຖຸນາ ປີ 2020 ໂດຍທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າ…

ສະຖານທູດອິນເດຍຈະຈັດງານສະເຫຼີມສະຫຼອງວັນ ໂຍຄະສາກົນ

ສະຖານທູດ ອິນເດຍ ປະຈຳ ສປປ ລາວ ຈະຈັດງານສະເຫຼີມສະຫຼອງວັນໂຍຄະສາກົນ (ວັນທີ 21 ມິຖຸນາ)  ຄັ້ງທີ 6 ປະຈຳປີ 2020 ຂຶ້ນໃນວັນທີ 20 ມິຖຸນາ 2020 ເວລາ 16:45 ທີ່…

ລາວຕ້ອງໄດ້ປັບປຸງດ້ານນິຕິກຳ, ບຸກຄະລາກອນ ແລະ ລະບົບໄອທີເພື່ອໃຫ້ສອດຄ່ອງກັບລະບົບການລາຍງານການເງິນ IFRS

ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ແຈ້ງໃຫ້ຮູ້ວ່າ: ການປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ​ເປັນວຽກງານທີ່ສຳຄັນ ແລະ ຮີບດ່ວນ, ​​ກົດໝາຍວ່າ​ດ້ວຍ​ການ​ບັນຊີ ໄດ້ກໍານົດ​ໃຫ້​ວິ​ສາ​ຫະກິດ​ທີ່​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດສາທາລະນະ ​(PIE) ຊຶ່ງລວມທັງທະນາຄານທຸລະກິດ ແລະ ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ ຕ້ອງຖືບັນຊີຕາມ​ IFRS ເພື່ອຈັດຕັ້ງປະຕິບັດຕາມກົດໝາຍດັ່ງກ່າວ. ສະນັ້ນ ເພື່ອສືບຕໍ່ກະກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດ…

ຫຼາຍບັນຫາທີ່ສໍາຄັນຈະຖຶກຍົກມາພິດຈາລະນາ ແລະ ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII

ພາກສ່ວນລັດຖະບານ ແລະ ພາກສ່ວນສະພາແຫ່ງຊາດ ຈະມີການລາຍງານວຽກງານຕ່າງໆທີ່ສໍາຄັນທີ່ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະໄດ້ຈັດຂຶ້ນ ໃນມື້ວັນພຸດ ວັນທີ 24 ເດືອນ ມິຖຸນາ ນີ້ ແລະ ຈະດໍາເນີນໄປເຖິງວັນພະຫັດ ວັນທີ…

ຂີ້ເຫຍື້ອປະມານ 150-200 ໂຕນຕໍ່ມື້ທີ່ເຫຼືອເກັບກູ້ຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ (ນວ) ຊຶ່ງສະ­ເລ່ຍແລ້ວ ມີປະ­ລິ­ມານ​ຂີ້​ເຫຍື້ອ​ແມ່ນ​ເກືອບ 500-600 ໂຕນ​ຕໍ່​ມື້ ​ແຕ່ສາມາດເກັບກູ້ໄດ້ພຽງ 300-350 ໂຕນ​ຕໍ່​ມື້​ເທົ່າ​ນັ້ນ ໜາຍຄວາມວ່າສ່ວນ​ທີ່​ເຫຼືອປະມານ 150-200 ໂຕນ ​ແມ່ນ​ຖືກ​ຖິ້ມ​ຊະ­ຊາຍ​ຢູ່ດິນເປົ່າຫວ່າງ, ລົງ​ຕາມ​ແຄມ​ແມ່­ນ້ຳ, ຕາມ​ຖະ­ໜົນ​ຫົນ­ທາງ, ຕາມ​ຮ່ອງ​ລະ­ບາຍນ້ຳ​ ແລະ ບ່ອນອື່ນໆ. ທ່ານ ພູ​ຂົງ…

ຫຼວງນໍ້າທາ ມີ 19 ສູນກັກກັນຕ້ານພະຍາດໂຄວິດ-19

ຄະນະສະເພາະກິດຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງຫລວງນໍ້າທາ ແຈ້ງໃຫ້ຮູ້ວ່າ: ການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງຫຼວງນໍ້າທາ ແມ່ນໄດ້ປະຕິບັດຢ່າງເຂັ້ມງວດ ພາຍໃນແຂວງມີສູນກັກກັນລວມທັງໝົດ 19 ຈຸດ,​ ຈຸດກັ່ນກອງມີທັງໝົດ 24 ຈຸດລະຫວ່າງຊາດ, ລະຫວ່າງແຂວງຕໍ່ແຂວງມີ ​3 ຈຸດ, ເມືອງຕໍ່ເມືອງ ມີ 4 ຈຸດ ແລະ…