ປັບຂຶ້ນຫຼາຍ

ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ປັບຂຶ້ນລາຄານໍ້າເຊື້ອໄຟທຸກປະເພດ  ເລີ່ມປະຕິບັດແລ້ວ ແຕ່ເວລາ 6 ໂມງ ຂອງມື້ນີ້. ລາຄານໍ້າມັນໃນປັດຈຸບັນ: ແອັດຊັງພິເສດ 31,570 ກີບ/ລິດ; ແອັດຊັງທໍາມະດາ 27,070 ກີບ/ລິດ ແລະ ກາຊວນ 29,310 ກີບ/ລິດ.

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ປິດລົງດ້ວຍຜົນສໍາເລັດ

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ປິດລົງດ້ວຍຜົນສໍາເລັດໃນມື້ນີ້ ຊຶ່ງຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍປະຊາທິປະໄຕ-ຫົວຄິດປະດິດສ້າງ ແລະ ໄດ້ມີຄວາມເປັນເອກະພາບ ຮັບຮອງເອົາເອກະສານສໍາຄັນ ແລະ ໄດ້ໃຫ້ທິດຊີ້ນໍາຈຳນວນໜຶ່ງ ເປັນຕົ້ນ: ໄດ້ຮັບຮອງແຜນດໍາເນີນງານ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ…

ອັນຕະລາຍ! ພົບເຫັນລະເບີດໃຫຍ່ 9 ໜ່ວຍ ຢູ່ 2 ບ້ານ ແຄມແມ່ນ້ຳເຊກອງ

ເມື່ອບໍ່ດົນມານີ້, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດ ແຫ່ງຊາດ ປະຈໍາ ແຂວງເຊກອງ ໄດ້ລົງເຄື່ອນໄຫວເພື່ອດໍາເນີນການພິສູດປະເພດລະເບີດ ເຂດບ້ານບາກ ແລະ ບ້ານກຣຸງຕາສິງ ເມືອງກະລຶມ ແຂວງເຊກອງ ຕາມການລາຍງານຂອງປະຊາຊົນ ພາຍໃນບ້ານ ທີ່ພົບເຫັນລະເບີດໃຫຍ່ ຈໍານວນ 9 ໜ່ວຍ ຢູ່ແຄມແມ່ນໍ້າເຊກອງ, ເນື່ອງຈາກມີການເຊາະເຈື່ອນດິນຂອງຕາຝັ່ງແຄມນໍ້າ ຈຶ່ງເຮັດໃຫ້ພົບເຫັນລະເບີດໃຫຍ່ດັ່ງກ່າວ.…

2,174 ຄອບຄົວຈະໄດ້ຮັບ ຜົນປະໂຫຍດຈາກອ່າງເກັບນໍ້າ ຫ້ວຍທ່າຮາວ

ໂຄງການອ່າງເກັບນໍ້າ ຫ້ວຍທ່າຮາວ ຕັ້ງຢູ່ບ້ານນາຄຳ ເມືອງອຸທຸມພອນ ແຂວງສະ ຫວັນນະເຂດ ເປັນໂຄງການ ຍຸດທະສາດດ້ານຊົນລະກະເສດ ທີ່ສຳຄັນ ເພື່ອຍົກສູງຊີວິດການ ເປັນຢູ່ຂອງປະຊາຊົນ ຢູ່ເມືອງອຸທຸມພອນ ໃຫ້ມີ ນໍ້າໃຊ້ໃນການປູກຝັງ-ລ້ຽງສັດ ຕະຫຼອດທັງປີ. ໂຄງການ ດັ່ງກ່າວມີປະຊາຊົນ 9 ບ້ານ, ມີຈຳນວນ…

ເດັກອາຍຸ ຕໍ່າກວ່າ 5 ປີ ມີຄວາມສ່ຽງເປັນພະຍາດໂປລິໂອ

ອົງການປົກຄອງ ຫຼື ສາທາລະນະສຸກເມືອງເມິງແຂວງບໍ່ແກ້ວໄດ້ເປີດຂະບວນການຢອດ ວັກຊີນກັນພະຍາດໂປລິໂອ ໃນເດັກອາຍຸ 0 ມື້ ຫາລຸ່ມ 5 ປີ ເມື່ອມໍ່ໆມານີ້ຢູ່ທີ່ໂຮງຮຽນປະຖົມນໍ້າເມິງ. ໃນພິທີ ທ່ານ ສົມບັດ ຂັດຕິຍະວົງ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງເມິງໄດ້ກ່າວວ່າ: ວຽກງານສາທາລະນະສຸກ ກໍ່ຄືວຽກງານກັນພະ ຍາດຫຼຸດຜ່ອນອັດຕາການເຈັບເປັນ…

ອຄ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກປະເພດ

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກປະເພດ ຍ້ອນເກີດການສູ້ຮົບຢູ່ຕາເວັນອອກກາງ ເຮັດໃຫ້ບໍ່ນໍ້າມັນຫຼາຍແຫ່ງຖືກທໍາລາຍໂດຍເຮັດໃຫ້ການສົ່ງອອກນໍ້າມັນໃນທົ່ວໂລກຫຼຸດລົງ. ການປັບຂຶ້ນລາຄານໍ້າມັນເຊື້ອດັ່ງກ່າວເລີ່ມປະຕິບັດແລ້ວແຕ່ເວລາ 6 ໂມງເຊົ້າຂອງມື້ນີ້.

ພະຍາດ ໂປລີໂອ ແມ່ນພະຍາດໜຶ່ງທີ່ສົ່ງຜົນກະທົບຕໍ່ເດັກນ້ອຍ

ສປປ ລາວ ໄດ້ຮັບການລາຍງານ ກໍລະນີທີ່ພົບເຊື້ອພະຍາດໂປລີໂອ ແລະ ພະຍາດໝາກແດງ ທີ່ຖືກຢັ້ງຢືນຈາກຫ້ອງວິເຄາະປະເທດຍີ່ປຸ່ນ ແລະ ສູນວິເຄາະລະບາດວິທະຍາຂອງລາວໃນປີ 2025 ແລະ ໄດ້ຖືກປະກາດ ເປັນປະເທດທີ່ມີການລະບາດຂອງພະຍາດໂປລີໂອ ແລະ ການລະບາດພະຍາດທີ່ກັນໄດ້ດ້ວຍວັກຊິນ ຊຶ່ງໄດ້ເກີດຂຶ້ນໃນຫຼາຍແຂວງ, ຫຼາຍເມືອງ ໂດຍສະເພາະແມ່ນບ້ານຂອງເມືອງທີ່ຕິດຊາຍແດນ, ຈຳນວນບ້ານດັ່ງກ່າວແມ່ນມີອັດຕາການປົກຄຸມຂອງເດັກທີ່ໄດ້ຮັບວັກຊິນກັນພະຍາດຍັງຕໍ່າ ແລະ…

ນະຄອນປາກເຊ “ເມືອງທ່ອງທ່ຽວສະອາດອາຊຽນ”

​ເມື່ອເວົ້າເຖິງ “ນະຄອນປາກເຊ”, ແຂວງຈໍາປາສັກ ພາບທີ່ປະກົດຂຶ້ນໃນສາຍຕາຂອງຊາວໂລກບໍ່ແມ່ນພຽງແຕ່ເມືອງປາກແມ່ນ້ຳສອງສີທີ່ສວຍງາມ ຫຼື ປະຕູສູ່ແຫຼ່ງທ່ອງທ່ຽວວັດທະນະທຳ-ທຳມະຊາດຂອງພາກໃຕ້ເທົ່ານັ້ນ, ແຕ່ໃນປີ 2026 ນີ້, ປາກເຊໄດ້ຢືນຢັນຖານະຄວາມເປັນເລີດອີກຄັ້ງດ້ວຍການຄວ້າລາງວັນ “ເມືອງທ່ອງທ່ຽວສະອາດອາຊຽນ” ສະໄໝທີ 2. ລາງວັນນີ້ບໍ່ແມ່ນພຽງແຕ່ແຜ່ນຄຳກຽດຕິຍົດທີ່ປະດັບໄວ້ໃນຫ້ອງການ, ແຕ່ມັນຄື “ສັນຍາໃຈ” ຂອງພວກເຮົາທຸກຄົນທີ່ຈະຮັກສາຄວາມງາມອັນຊົງຄຸນຄ່ານີ້ໃຫ້ຍືນຍົງ ເພື່ອຕ້ອນຮັບແຂກບ້ານແຂກເມືອງດ້ວຍຮອຍຍິ້ມ ແລະ ສິ່ງແວດລ້ອມທີ່ສົດໃສ.…

ຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ເປີດການຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ (LFF Basic Football Referee Course 2026) ຂຶ້ນໃນວັນທີ 02 ມີນາ 2026 ຜ່ານມາທີ່ ຫ້ອງການ ສຕລ, ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ຄຳແພງ…

ອຸດສາຫະກຳ ແລະ ການຄ້າ ປະເມີນສະຖານະການທີ່ອາດຈະສົ່ງຜົນກະທົບຕໍ່ລາຄານໍ້າມັນ ແລະ ການສະໜອງນໍ້າມັນໃຫ້ແກ່ສັງຄົມ

ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍກົມກ່ຽວຂ້ອງ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບັນດາ ບໍລິສັດນຳເຂົ້າ ນໍ້າມັນເຊື້ອໄຟ ຈັດກອງປະຊຸມປືກສາຫາລືກ່ຽວກັບຜົນກະທົບຂອງສະຖານະການ ຄວາມຮຸນແຮງ ຢູ່ຕະເວັນອອກກາງ ແລະ ມາດຕະການ, ກົນໄກການກະກຽມຄວາມພ້ອມຮັບມືກັບສະຖານະການດັ່ງກ່າວ ແລະ ກອງປະຊຸມຍັງໄດ້ປຶກສາຫາລື ແລະ ກຳນົດມາດຕະການ, ວິທີການ…